ຄຳ·Entry
ນາງສັງຂານ
noun໑
ຊື່ນາງຟ້າທັງ 7 ລູກສາວຂອງກະບິນລະພົມ ທີ່ຜັດປ່ຽນກັນເຮັດໜ້າທີ່ຖືພາພານ ມາຮອງຮັບເອົາພະສຽນຂອງພະບິດາ ທີ່ຕັດສີສະບູຊາທຳມະບານ ຖ້າຈະຕັ້ງໄວ້ເທິງແຜ່ນດິນ ໄຟຈະໄໝ້ທົ່ວທັງໂລກ ຖ້າໂຍນຂຶ້ນໄປເທິງອາກາດ ຈະເກີດຝົນແຫ້ງແລ້ງ ຖ້າຈະຖິ້ມລົງໄປໃນມະຫາສະໝຸດ ແມ່ນໍ້າກໍຈະແຫ້ງ. ດັ່ງນັ້ນ ນາງເທບພິດາທັງ 7 ຈຶ່ງໄດ້ເອົາ ພາພານແວ່ນຟ້າມາຮອງຮັບສີສະຂອງພໍ່. ເມື່ອຖືກຕັດແລ້ວ ໃຫ້ເອົາມາແຫ່ຮອບພູເຂົາສຸເມຣຸຣາດ 60 ນາທີ ທຸກໆ 365 ວັນ ແລ້ວກໍເຊີນໄປປະດິດສະຖານໄວ້ໃນຖໍ້າ ຄັນທະທຸລີ ພູເຂົາໄກຣາດ ແລະ ບູຊາດ້ວຍເຄື່ອງທິບຕ່າງໆ ຊຶ່ງພະວິສະນຸກຳເທວະບຸດ ກໍມານີລະມິດເຮັດໂລງດ້ວຍແກ້ວ 7 ປະການໃສ່ໄວ້ ຊື່ວ່າ "ພະຄະວະຕີ" ໃຫ້ເປັນບ່ອນປະຊຸມຂອງເທວະດາທັງຫຼາຍ. ເທວະດາທັງຫຼາຍກໍ ພາກັນເອົາເຄືອ ຊະມຸນາດ (ເຄືອຫອມ) ລົງມາລ້າງໃນ ສະອະໂນຕາດ 7 ເທືອ ແລ້ວ ກໍແຈກກັນສັງເວີຍ ທຸກໆພະອົງ. ຍາມເມື່ອເຖິງກຳນົດ 365 ວັນ ຊຶ່ງໂລກສົມມຸດວ່າ ເປັນປີໜຶ່ງ ຄົບສົງການແລ້ວ ນາງເທບທິດາ ທັງ 7 ນາງ ກໍໄດ້ປ່ຽນວາລະກັນ ພ້ອມດ້ວຍເທບບໍລິວານ ມາເຊີນເອົາພະສຽນ ຂອງທ້າວ ກະບິນລະພົມ ອອກມາແຫ່ປະທັກສິນ ອ້ອມພູເຂົາພະສຸເມຣຸ ທຸກໆປີ ແລ້ວກໍກັບຄືນໄປຍັງເທວະໂລກ.
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →