ຄຳ·Entry
ນາງ
noun໑
ເປັນຄຳຢູ່ໜ້ານາມເພດຍິງທົ່ວໄປວ່າ ນາງ ເຊັ່ນ ນາງມະທີ, ນາງອະມິດຕະຕາ, ນາງສີສຸພັນນາງຜຸດສະດີ, ນາງສີສຸພັນນະກັນລະຍາ, ນາງແກ້ວ, ນາງຄໍາເປັນຕົ້ນ.
A title used before feminine nouns in general, such as Mrs. Mathy, Mrs. Amittata, Mrs. Sisuphan, etc.
໒
ເປັນຄຳຮຽກງ່າໄມ້ທີ່ປົ່ງໃໝ່ໆ ແລະ ຍັງອ່ອນຢູ່ ເຊັ່ນ: ໜໍ່ໄມ້ທີ່ຍັງບໍ່ທັນພົ້ນດິນ ເອີ້ນ ໜໍ່ໄມ້ນາງດິນ. ງ່າ ຫຼື ກິ່ງໄມ້ທີ່ຍັງອ່ອນ ເອີ້ນ ນາງ ເຊັ່ນ: ນາງຈິກ ນາງຮັງ ນາງດູ່ ນາງແດງ ເປັນຕົ້ນ.
໓
ເປັນຄຳຮຽກສັດຈຳພວກແມງຕ່າງໆ ຫຼື ບົ້ງທີ່ກຳລັງປົ່ງປີກ ແຕ່ຍັງອ່ອນຢູ່ ວ່າ: ເປັນນາງ ດັ່ງລູກຕໍ່ລູກແຕນ ເປັນ ນາງຕໍ່ ນາງແຕນ..
໔
ໃຊ້ຮຽກເດັກນ້ອຍຜູ້ຍິງ ດ້ວຍຄວາມອີດູວ່າ: ນາງນັ້ນ ນາງນີ້ ນາງຫຼ້າ ນາງແພງ ແລະ ຮຽກສັດທີ່ມີແຕ່ໂຕແມ່ວ່າ: ນາງນີ ນາງຊະນີ ນາງທະນີ ເປັນຕົ້ນ.
໕
ຊື່ປາເນື້ອອ່ອນແນວໜຶ່ງ ໂຕບໍ່ໃຫຍ່ ບໍ່ມີເກັດ ວ່າ: ປານາງ.
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →