⌘ K
ຄຳ·Entry

ທາຕຸ-ທາດ

ນາມ
[tha-tu-that]
1
ເຈດີທີ່ກໍ່ກວາມດູກຂອງຄົນຕາຍ ທີ່ເຜົາແລ້ວ.

A stupa or cremated remains monument containing the bones of a deceased person after cremation.

2
ສິ່ງທີ່ເປັນຕົ້ນເດີມ ສິ່ງທີ່ເປັນ ມູນຮາກ, ສິ່ງທີ່ລວມກັນເຂົ້າເປັນຄົນ ສັດ ແລະ ສິ່ງຕ່າງໆ ມີ 4 ຢ່າງຄື: ດິນ, ນ້ຳ, ລົມ, ໄຟ ເອີ້ນ: ທາຕຸ ຫຼື ທາດ. ທາດທີ່ມີລັກສະນະແຂ້ນ ເອີ້ນ: ທາດດິນ, ທາດທີ່ມີລັກສະນະແຫຼວ ຫຼືຊຶມຊາບ ເອີ້ນ: ທາດນ້ຳ, ທາດທີ່ມີລັກສະນະເຢັນ ເອີ້ນ: ທາດລົມ, ທາດທີ່ມີລັກສະນະຮ້ອນ ຫຼື ອົບອຸ່ນ ເອີ້ນ: ທາດໄຟ.
3
ພະປັດເຈກພຸດທະເຈົ້າ ພະສາວົກ ທີ່ເປັນພະອໍ ລະຫັນ ເອີ້ນ ພະທາດ ຖ້າເປັນກະດູກຂອງພະພຸດທະເຈົ້າ ເອີ້ນ: ພະບໍລົມມະທາດ ຫຼື ພະບໍລົມສາລີລິກະທາດ.
4
ເຄົ້າສັບຂອງຄຳບາລີສັນສະກິດ ເອີ້ນ ທາຕຸ-ທາດ ເຊັ່ນ: ທາຕຸ ມາຈາກ ທາທາດ, ສຸທາດໂຂນ ມາຈາກ ຈຸລະທາດ ເປັນຕົ້ນ.
ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ