⌘ K
ຄຳ·Entry

ທະສະພົນຍານ

noun
ຂໍ້ບັນຍັດທີ່ສັງຄົມຄວນຮູ້ ແລະ ຍຶດຖືປະຕິບັດ ມີ 10 ປະການ,ຄື: 1: ຖານາຖານະຍານ: ຄວນຢັ່ງຮູ້ໃນເຫດ ແລະ ສິ່ງບໍ່ຄວນເປັນເຫດ. 2. ວິປາກະຍານ: ຄວນຢັ່ງຮູ້ໃນຜົນກຳຂອງຕົນ ແລະ ຜູ້ອື່ນ. 3. ສັບພັດຖະຄາມິກະຍານ: ຄວນຢັ່ງຮູ້ໃນທາງທີ່ຄວນຮູ້ທັງປວງ, 4. ນານາທາຕຸຍານ: ຄວນຢັ່ງລັກສະນະທາດ ແລະ ສິ່ງທັງປວງ. 5. ນານາທິມຸດຕິກະຍານ: ຄວນຢັ່ງຮູ້ອັດທະຍາໄສຂອງມະນຸດ ແລະ ສັດທັງປວງ. 6. ອິນທະຣິຍະປະໂຣປະຣິຍັດຕິຍານ: ຄວນຢັ່ງຮູ້ສິ່ງທີ່ມີ ຊີວິດທັງ ຫ້າ ຂອງມະນຸດ. 7. ຍານາທິສັງກິເລສາຕິຍານ: ຄວນຢັ່ງຮູ້ຄວາມເສື່ອມ ແລະ ຄວາມຈະເລີນແຫ່ງທຳທັງຂອງຕົນ ແລະ ຂອງຜູ້ອື່ນ. 8. ປຸບເພນິວາສານຸດສະຕິຍານ: ຄວນ ຢັ່ງຮູ້ ແລະ ລະນຶກເຖິງຊາດແຫ່ງປາງກ່ອນໄດ້. 9. ຈຸຕະປະປາຕະຍານ: ຄວນຢັ່ງຮູ້ການເກີດ ຂອງສັດ, 10. ອາສະວັກຂະຍະຍານ: ຄວນຢັ່ງຮູ້ເຖິງຄວາມສິ້ນໄປແຫ່ງກິເລດ.

Ten categories of knowledge that society should know and adhere to, such as knowledge of causes and results, knowledge of different elements, and so on.

Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ