ຄຳ·Entry
ທະສະພິລາຊະທຳ
noun໑
ທຳທີ່ພະເຈົ້າແຜ່ນດິນ ຫຼື ນັກ ປົກຄອງທຸກຂັ້ນ ທຸກພາກສ່ວນ ຄວນຍຶດຖືປະຕິບັດສິບປະການ ຄື: 1. ທານ: ໃຫ້ທານສິ່ງຂອງດ້ວຍຄວາມບໍລິສຸດໃຈ, 2. ສິນ: ໃຫ້ຮັກສາສິນກິນທານ ແລະ ຕັ້ງໝັ້ນໃນຄຸນນະທຳ, 3. ບໍລິຈາກ: ບໍລິຈາກຊັບສ້າງສາທາລະນະປະໂຫຍດ, 4. ອາດຊະວະ: ເປັນຄົນຊື່ກົົງຕໍ່ພາລະ ໜ້າທີ່ ການງານ, 5. ມັດທະວະ: ເປັນຄົນອ່ອນນ້ອມຖ່ອມຕົວ ແຕ່ບໍ່ອ່ອນແອ, 6. ຕະບະ: ກຳຈັດຄວາມຊົ່ວ ແລະ ສະໜຽດຈັງໄຮ ທີ່ມີຢູ່ໃນຕົນ ຕໍ່ຊາດ ແລະ ສັງຄົມ ຄືການສໍ້ລາດ ບັງຫຼວງ, 7. ອັກໂກທະ: ບໍ່ເປັນຄົນໂກດຮ້າຍ ປ້ອຍດ່າ ສຽດສີຜູ້ໃດ, 8. ອະວິຫິງສາ: ບໍ່ເປັນຄົນອິດສາຣິດສະຫຍາ ບຽດບຽນຜູ້ອື່ນ, 9. ຂັນຕິ: ມີຄວາມອົດທົນ ແລະ ເຂັ້ມແຂງຕໍ່ອຸດົມການອັນກ້າວໜ້າ, 10. ອະວິໂທທະນະ: ບໍ່ມັກຄົນປະຈົບປະແຈງ ຫຼື ຮັບເອົາສິນຈ້າງລາງວັນ (ເງິນສິນບົນ).
The ten royal virtues that a king or ruler should uphold, including generosity, morality, charity, honesty, humility, diligence, patience, truthfulness, determination, and loving-kindness.
Reverse lookup →No synonyms recorded — the reverse index may still surface results.
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →