⌘ K
ຄຳ·Entry

ທະສະພອນ

ນາມ
[tha-sa-phon]
1
ຊື່ຂອງພອນທິບສິບປະການ ທີ່ພະອິນມອບໃຫ້ແກ່ນາງຜຸດສະດີຜູ້ເປັນມານດາຂອງພະເຫວດສັນດອນ ຄື: 1. ຂໍໃຫ້ໄດ້ເປັນມະເຫສີຂອງພະຍາສີຊົນໄຊ. 2. ຂໍໃຫ້ໄດ້ດວງຕາເປັນສີດຳສະໜ້ດ ເໝືອນປີແມງພູ່. 3. ຂໍໃຫ້ມີຂົນຄິ້ວຂຽວສະໜິດເໝືອນສ້ອຍຄໍນົກຍຸງ. 4. ຂໍໃຫ້ຜູ້ຂ້າ ມີຊື່ວ່າ: ນາງຜຸດສະດີ. 5. ຂໍໃຫ້ໄດ້ລູກຊາຍຜູ້ຊົົງກຽດ ແລະສັດທາການກຸສົນ. 6. ເວລາຕັ້ງທ້ອງລູກຢ່າໃຫ້ທ້ອງໃຫຍ່ ແລະ ໃຫ້ເປັນແບບຄັນທະນູ 7. ຂຂໍຢ່າໃຫ້ນົມຢ່ອນຍານ. 8. ຂໍຢ່າໃຫ້ຜົມຂອງຜູ້ຂ້ານີ້ຂາວ ຫຼື ຫງອກ. 9. ຂໍໃຫ້ມີເນື້ອ ໜັງມັງສັງລະອຽດ ຈົບງາມດີ. 10. ຂໍໃຫ້ໄດ້ປ່ອຍນັກໂທດທີ່ຈະຖືກປະຫານຊີວິດ.

The ten boons or blessings given by the god Indra to Queen Phussadee, mother of Prince Vessantara, including becoming queen, having beautiful eyes, and having a virtuous son.

ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ
ທະສະພອນ — ວັດຈະນານຸກົມລາວ