ຄຳ·Entry
ທະນູ
ນາມ[tha-nu]
1
ຊື່ດາວລືກອະນຸລາດ ຫຼື ດາວຫ່າວ, ດາວນີ້ອອກໃນເດືອນອ້າຍ.
A star in the zodiac; Sagittarius, which appears in the month of Aiy (roughly November-December).
2
ເຄື່ອງຕິດຫົວວ່າວແນວໜຶ່ງມີຄັນຄ້າຍທະນູ ໃບທະນູໃຊ້ຫວາຍ, ໃບລານ ໃບຕານ ຫຼື ໃບພ້າວກໍໄດ້, ຜູກປາຍທັງສອງຂ້າງດ້ວຍເຊືອກໄໝ່ຕິດໃສ່ຫົວວ່າວ ເມື່ອລົມພັດທະນູຈະມີສຽງດັງມ່ວນ ເອີ້ນ: ທະນູວ່າວ.
3
ຮູບງົວທີ່ປັ້ນດ້ວຍຂີ້ເຜິ້ງ ຫຼື ຫຼໍ່ຫຼອມດ້ວຍທອງ ເງິນ ຄຳ ກໍໄດ້ ແລ້ວເສກຄາຖາໃສ່ ເພື່ອໃຫ້ໄປທຳຮ້າຍແກ່ພວກຜີຮ້າຍຕ່າງໆ ຫຼືທຳຮ້າຍຜີປອບ ຫຼື ຄົນເປັນປອບ ເປັນຕົ້ນ ເອີ້ນ: ງົວທະນູ.
4
ລູກທະນູທີ່ເຮັດດ້ວຍດູກໄກ່ ໃຊ້ມີດເຫຼົາດູກໄກ້ໃຫ້ແຫຼມ ແລ້ວມັດຕິດກັບໄມ້ໄຜ່ ຍິງໄປຄືທະນູທຳມະດາ ບູຮານ ເອີ້ນ: ທະນູເຫມ.
5
ສາຍ ແລະ ລູກແຕ່ບໍ່ມີແມ່ທະນູ ເວລາຈະຍິງ ໃຊ້ມືຈັບສາຍກົ່ງຍິງໄປ ທະນູແນວນີ້ ເອີ້ນ: ທະນູໜ້າຈ້າງ.
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →