⌘ K
ຄຳ·Entry

ທອງຄຳ

ນາມ
[thong-kham]
1
ທາດແທ້ຢ່າງໜຶ່ງ ສີເຫຼືອງເປັນໂລຫະ ມີລາຄາແພງ ລັກສະນະອ່ອນໜຽວ ຄື ກົ່ວ ຕີບາງທີ່ສຸດໄດ້. ທອງຄຳແມ່ນຄໍາ 100%, ຄຳທີ່ມີລາຄາສູງ, ເປັນຄຳແທ້. ຄໍາ ມີຢູ່ຫຼາຍປະເພດ ຕ່າງກັນດັ່ງນີ້: 1. ຄໍາ 100% ຫຼື ຄໍາ 24 K = ທີ່ໃຊ້ຢູ່ເມືອງລາວ, 2. ທອງນາກ ຫຼື ຄໍາ 18 K = ທີ່ນິຍົມໃຊ້ຢູ່ທາງ ຢູໂຣບ. 3. ຄຳປົນ ຫຼື ຄໍາ 10 K = ທີ່ນິຍົມໃຊ້ຢູ່ທະວີບອະເມຣິກາ. ແຕ່ບູຮານກຳນົດຄຸນນະພາບຂອງ ທອງຄຳໄວ້, ຢ່າງບໍ່ດີແທ້ ໜັກໜຶ່ງບາດ ລາຄາຫົກບາດ ຢ່າງດີທີ່ສຸດ ລາຄາເກົ້າບາດ ຈຶ່ງເວົ້າວ່າ ຄຳເນື້ອຫົກ, ເນື້ອເກົ້າ.

A pure metallic element, yellow in color, expensive, soft and malleable like tin, that can be beaten very thin. 100% gold (24K) commonly used in Laos, as opposed to 18K gold (used in Europe) or 10K gold.

Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ
ທອງຄຳ — ວັດຈະນານຸກົມລາວ