ຄຳ·Entry
ຖົ່ວ
noun໑
ພືດຜັກປະເພດໜຶ່ງມີຫຼາຍສາຍພັນ ໃຫ້ໝາກເປັນອາຫານ ຄື: ຖົ່ວດິນ: ເປັນໝາກ ຢູ່ໃຕ້ດິນ, ຖົ່ວພູ: ໄມ້ເປັນເຄືອ ໝາກເປັນລ່ຽມ, ຖົ່ວສ້ຽນ: ໝາກນ້ອຍແກ່ ແລ້ວເປືອກແຂງ, ຖົ່ວຝັກຍາວ: ຖົ່ວທີ່ມີໝາກຍາວ, ຖົ່ວ ແຮ: ເປັນຕົ້ນ ໝາກນ້ອຍແປ ລົດຝາດ, ຖົ່ວຂຽວ: ເປັນຕົ້ນຟຸຸ່່ມ ໝາກນ້ອຍສີຂຽວ, ຖົ່ວເຫຼືອງ: ແກ່ນໝາກສີເຫຼືອງ, ຖົ່ວດຳ: ແກ່ນໝາກສີດຳ ແລະ ອື່ນໆ.
A general term for leguminous plants with many varieties, producing edible pods or seeds, such as peanuts, yardlong beans, green beans, soybeans, and black beans.
໒
ຊື່ການພະນັນຢ່າງໜຶ່ງທີ່ໃຊ້ໝາກເບ້ຍຫຼາຍໜ່ວຍ. ວິທີຫຼິ້ນ: ເອົາຖ້ວຍງວຳໄວ້ ສ່ວນຫຼາຍໃຊ້ໝາກເບ້ຍເມັດ ໝາກຂາມ ຫຼື ເມັດໝາກຫຸ່ງ ແລ້ວແຈ້ງເປັນຄະແນນ ທີລະ 4, ຖ້າເຫຼືອເສດໜຶ່ງ ເອີ້ນວ່າ: ອອກໜ່ວຍ, ຖ້າເຫຼືອ ເສດສອງ ເສດສາມ ເອີ້ນວ່າ: ອອກສອງ ອອກສາມ, ຖ້າຄົບສີ່ພໍດີ ເອີ້ນວ່າ: ອອກຄົບ, ໂປ ກໍວ່າ.
Reverse lookup →No synonyms recorded — the reverse index may still surface results.
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →