⌘ K
ຄຳ·Entry

ຕໍ່

ກິລິຍາ
[to]
1
ເຮັດໃຫ້ຕິດກັນ ເຊັ່ນ ຕໍ່ກອກຢາ.

To join or attach things together, such as adding an extension to a pipe.

2
ຂໍໃຫ້ຫຼຸດລາຄາໜ້ອຍຖືກລົງ ເອີ້ນ ຕໍ່ລາຄາ.
3
ເອົາສັດລ້ຽງໄປລໍ້ເອົາສັດປ່າ ເອີ້ນ ຕໍ່ ເຊັ່ນ ຕໍ່ນົກ, ຕໍ່ໄກ່ ເປັນຕົ້ນ.
4
ສັດທີ່ລ້ຽງໄວ້ ເພື່ອໄປຕໍ່ເອົາສັດປ່າ ເຊັ່ນ ຊ້າງຕໍ່, ໄກ່ຕໍ່, ນົກຕໍ່ ເປັນຕົ້ນ.
5
6
7
ເອີ້ນ ຄໍາທີ່ໃຊ້ຈູງຄໍາອື່ນ ໃຫ້ໄດ້ຄວາມຕໍ່ກັນ ເຊັ່ນ ຄໍາຕໍ່, ຄື ບຸບພະບົດ ແລະ ສັນທານ.
8
ແມງຈໍາພວກໜຶ່ງ ມີປີກໃຫຍ່ກວ່າເຜິ້ງ ໂຕສີດໍາ ມີສີເຫຼືອງກ່ານບ່ອນແອວ ມີໄລຢູ່ກົ້ນ ຄື ເຜິ້ງ ຕອດປວດຫຼາຍ ເຮັດຮັງຢູ່ ທາງໃນຮັງນັ້ນເປັນຊັ້ນໆ ແລະ ເປັນດາງ. ຕໍ່ມີ 4 ແນວ ຄື: ຕໍ່ຕຸ້ມ: ເຮັດຮັງແຂວນຢູ່ຕາມຕົ້ນໄມ້, ຮັງໃຫຍ່ສີມຸມ ບາງຖິ່ນກໍເອີ້ນ ຕໍ່ຄວາຍ ກໍວ່າ, ຕໍ່ຂຸມ: ເຮັດຮັງເປັນຂຸມຢູ່ໃນພື້ນດິນ, ຕໍ່ໂກນ: ເຮັດຮັງຢູ່ໃນໂກນຕົ້ນໄມ້, ຕໍ່ກະດິງ: ມີຮັງນ້ອຍ ແລະ ແຂວນຢູ່ຕາມງ່າໄມ້. ຕໍ່ ງົວ ກໍເອີ້ນ.
ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ