ຄຳ·Entry
ຕົ້ມ
verb໑
ເອົາໃສ່ໝໍ້ແລ້ວຄ້າງໄຟ ເຮັດໃຫ້ຮ້ອນ. ເຮັດໃຫ້ຟົດໂດຍອາໄສຄວາມຮ້ອນ. ເຮັດໃຫ້ສຸກດ້ວຍນ້ຳຮ້ອນ ເຊັ່ນ: ຕົ້ມໄກ່, ຕົ້ມເປັດ, ຕົ້ມປາ, ຕົ້ມເງິນ, ຕົ້ມຄຳ ເປັນຕົ້ນ.
໒
ເຮັດໃຫ້ສະອາດ ເຊັ່ນ: ຕົ້ມຜ້າ ຕົ້ມເງິນ ຕົ້ມຄຳ ເປັນຕົ້ນ.
໓
ຊື່ເຂົ້າໜົມແນວໜຶ່່ງ ເຮັດດ້ວຍ ເຂົ້າສານໜຽວ ທີ່ມ່າແລ້ວຄົນໃສ່ກັບກະທິໝາກພ້າວ ເອົາໝາກກ້ວຍ ຫຼື ໃນໝາກຖົ່ວໃສ່ເປັນໃຈ ຫໍ່ດ້ວຍໃບຕອງກ້ວຍ ມັດດ້ວຍຕອກ. ມັດເປັນຫໍ່ດຽວ ເອີ້ນ: ໜຶ່ງກິບ, ມັດຕິດກັນສອງຫໍ່ຂຶ້ນໄປ ເອີ້ນ: ໜຶ່ງໂຄມ, ແລ້ວຕົ້ມໃຫ້ສຸກ ເອີ້ນ: ເຂົ້າຕົ້ມ.
໔
ຫຼອກລວງເອົາຂອງຜູ້ອື່ນມາເປັນຂອງຕົນ, ຕົວະຍົວະເອົາຂອງຜູ້ອື່ນ, ຕົວະພຸ້ນຕົວະພີ້, ເອີ້ນ: ຕົ້ມ.
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →