ຄຳ·Entry
ຕຸ້ມ
noun໑
ເຄື່ອງມືຫາປາ ສານດ້ວຍຕອກໄມ້ໄຜ່ ມີຮູບຄືຂ້ອງ ມີງາຢູ່ຂ້າງເພື່ອໃຫ້ປາເຂົ້າໄປ ແລ້ວອອກບໍ່ໄດ້ ເອີ້ນ: ຕຸ້ມ. ຕຸ້ມມີຫຼາຍແນວ ເຊັ່ນ: ແນວຕາຫ່າງ ສຳລັບໃສ່ເອົາກົບ ເອີ້ນ: ຕຸ້ມກົບ. ແນວຕາຖີ່ ເພື່ອໃສ່ເອົາປານ້ອຍ ເຊັ່ນ ປາສ້ອຍ, ປາຂາວ ເອີ້ນ: ຕຸ້ມລານ. ແນວໃຫຍ່ ແລະ ສູງ ເພື່ອໃສ່ເອົາປາຄໍ່ ປາດຸກ ເອີ້ນ: ຕຸ້ມໃຫຍ່. ແນວໃຊ້ໂຕ່ງເອົາປາ ທີ່ກົ້ນລີ່ ເອີ້ນ: ຕຸ້ມໂຕ່ງປາ.
A fish trap woven from bamboo, shaped like a bell, with an opening for fish to enter but not exit; various types exist for different fish.
໒
ເຄື່ອງປະດັບຫູຂອງເພດຍິງທາງໜ້າຮູບເປັນໜ່ວຍມົນ ຄື ໜາກຕຸ້ມ ຂາສັ້ນ ເອິີ້ນ: ຕຸ້ມຫູ.
໓
ນາກ ຈະເຮັດເປັນເມັດ ຫຼື ຮ້ອຍເປັນພວງ ຄື ສາຍສ້ອຍ ເອີ້ນ: ໝາກຕຸ້ມ, ໃສ່ເສື້ອ ເອີ້ນ: ຕຸ້ມເສື້ອ, ໃສ່ຜ້າ ເອີ້ນ: ຕຸ້ມຜ້າ.
໔
ຊື່ກອງແນວໜຶ່ງ ຫຸ້ມດ້ວຍໜັງທັງສອງຂ້າງ ໃຊ້ຕີໃນເວລາຫຼິ້ນບຸນບັ້ງໄຟ ຫຼືກອງ ທີ່ຕີສຽງດັງຕຸ້ມໆ ເອີ້ນ: ກອງຕຸ້ມ.
໕
ຊື່່ຕຸ້ມແນວໜຶ່ງ ສານດ້ວຍຕອກໄມ້ໄຜ່ ເປັນຮູບກົມ ສຳລັບຂັງນົກຕໍ່ ມີ: ນົກເຂົາ, ນົກທາ, ນົກ ຄໍ່ ເປັນຕົ້ນ.
໗
ປົກເອົາໄວ້ ເຊັ່ນ: ຫົ່ມຜ້າ ຫຼື ຄຸມຜ້າ ເອີ້ນ: ຕຸ້ມ. ຫຸ້ມ, ປິດ, ຫໍ່ຫຸ້ມ ເອີ້ນ ຕຸ້ມ.
໘
ທະນຸຖະໜອມນ້ຳໃຈ ເອີ້ນ: ຕຸ້ມ.
໙
ຊື່ຕໍ່ທີ່ເຮັດຮັງແຂວນຢູ່ງ່າໄມ້ ເອີ້ນ ຕໍ່ຕຸ້ມ.
໑໐
ຊື່ຜ້າແພຜືນໜາທີ່ຕ່ຳດ້ວຍຟືມ ຫຼື ຖັກດ້ວຍດ້າຍ ສຳລັບເອົາ ຕຸ້ມລູກນ້ອຍ ເອີ້ນ: ຜ້າຕຸ້ມ.
໑໑
ໄກ່ແມ່ປົກປ້ອງລູກນ້ອຍຂອງມັນດ້ວຍການພືປີກຕຸ້ມເອົາໄວ້. ປົກປ້ອງຄຸ້ມຄອງ ກໍວ່າ.
໑໒
ການກວດເອົາດິນຊາຍ ຫຼື ຫີນແຮ່ ທີ່ຊະອອກມາໂຮມເຂົ້າກັນໃຫ້ເປັນກອງດຽວ ກໍວ່າ ຕຸ້ມ.
ຄຳພ້ອງ · Synonymsclick any word to explore it
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →