ຄຳ·Entry
ຕາຍ
verb໑
ປະລະໂລກນີໄປແລ້ວ ເອີ້ນ: ຕາຍ.
To die; to leave this world; to stop breathing or cease living.
໒
ໃຊ້ການບໍ່ໄດ້ ເຊັ່ນ: ໂມງບໍ່ເດີນ ເອີ້ນ: ໂມງຕາຍ, ແຂນຂາ ຕີງບໍ່ໄດ້ ເອີ້ນ: ແຂນຂາຕາຍ, ໄມ້ໄຜ່ທີ່ອອກຂີ ແລ້ວຕາຍທັງກໍ ເອີ້ນ: ໄຜ່ຕາຍຂີ, ຕາຍຂຸຍກໍວ່າ. ຕົ້ນໄມ້ທີ່ບໍ່ທັນອອກໝາກອອກດອກແລ້ວຕາຍ ເອີ້ນ: ຕາຍພາຍ. ຫອຍ ຫຼື ເຕົ່າທີ່ຕາຍແລ້ວ ປະຊາກໄວ້ ເອີ້ນ: ຕາຍຊາກ, ຕາຍເພາະໂລກອະຫິວາ ຫຼື ໂລກໂຄວິດ ເປັນຕົ້ນ ເອີ້ນ: ຕາຍຮ່າ, ຕາຍຍ້ອນຕົກຕົ້ນໄມ້ ຄວາຍຊົນ ຫຼື ຖືກຂ້າ ເອີ້ນ: ຕາຍຫູງ, ຕາຍສິ້ນເຊື້ອສູນພັນ ເອີ້ນ: ຕາຍດັບ, ຕາຍດັບ ຕາຍວາຍ ກໍວ່າ ປະເພນີການຕາຍຂອງລາວ ມີ້: - ຄົນທຳມະດາຕາຍ ເອີ້ນ: ມໍລະນາ, ຕາຍ. - ຄົນແກ່ ຄົນຊະລາ ຕາຍ ເອີ້ນ: ໝົດບຸນ, ເສຍຕົວ, - ພະສົງ ຕາຍ ເອີ້ນ: ມໍລະນະພາບ. - ພະມະຫາເຖລະ ຕາຍ ເອີ້ນ: ມໍລະນະພາບ, ສະຫວັນນະຄົດ - ເຈົ້າຟ້າ ມະຫາກະສັດຕາຍ ເອີ້ນ: ສຸລະຄົດ ຫຼື ສະຫວັນນະຄົດ. - ພະພຸດທະເຈົ້າ , ພະອໍລະຫັນ ຕາຍ ເອີ້ນ: ປະລິນິບພານ ຕາຍ 3 ເປັນຄຳປະກອບໜ້າປະໂຫຍກ ຫຼື ທ້າຍປະ ໂຫຍກ ທີ່ໝາຍຄວາມວ່າ ເຕັມທີ, ຍິ່ງ ເຊັ່ນ: ຮ້ອນເກືອບຕາຍ, ໜາວເກືອບຕາຍ, ຕາຍແລ້ວບາດນີ້, ຕາຍລະເທື່ອນີ້, ຕາຍແລ້ວກູ, ກູບໍ່ຕາຍກະມຶງຕາຍ.
ຄຳພ້ອງ · Synonymsclick any word to explore it
ສິ້ນໃຈໝົດລົມຫາຍໃຈໝົດຈິດບໍ່ມີຊີວິດຢູ່ເສຍຊີວິດມໍລະນະກຳລະໂລກໄປແລ້ວຢຸດລົມຫາຍໃຈໝົດບຸນໃນເມືອງມະນຸດເສຍຫາຍສິ້ນຄວາມເປັນປະໂຫຍດ
Spotted something else?Full correction form →