ຄຳ·Entry
ຕາ
ນາມ[ta]
1
ອະໄວຍະວະສ່ວນໜຶ່ງຂອງຄົນ ແລະ ສັດ ທີ່ໃຊ້ໄວ້ເບິ່ງສິ່ງຂອງຕ່າງໆ ເອີ້ນ: ຕາ.
The organ of sight in humans and animals, used for seeing.
2
ຕຸ່ມທີ່ປົ່ງອອກຈາກຕົ້ນໄມ້ ຫຼື ພືດພັນທັນຍາຫານ, ທີ່ແຕກໜໍ່ ຫຼື ງ່າ ເອີ້ນ ຕາໄມ້ ເຊັ່ນ ຕາໄມ້ມ່ວງ, ຕາໄມ້ໄຜ່, ຕາໄມ້ເຮ້ຍ, ເປັນຕົ້ນ.
3
4
ເຄື່ອງໝາຍສຳຄັນຢ່າງໜຶ່ງ ເປັນວົງມົນ, ສີ່ລ່ຽມ, ຫົກລ່ຽມ ຫຼື ແປດລ່ຽມກໍມີ ສໍາລັບຈໍ້າ ລົງ ຫຼື ປະທັບລົງໜ້າໜັງສືທີ່ສໍາຄັນຕ່າງໆ ເອີ້ນ ຕາປະທັບ, ກາປະທັບ, ກາຈໍ້າ ກໍວ່າ.
5
ເປັນເຄື່ອງໝາຍປະຈຳ. (ສ່ວນຫຼາຍອອກສຽງເປັນກາ).
6
ພໍ່ຂອງແມ່ ຫຼື ນ້ອງຊາຍຝ່າຍພໍ່ຂອງແມ່ ເອີ້ນວ່າ: ຕາ (ພໍ່ຕາ). ຜູ້ຊາຍອາຍຸ ແກ່ທີ່ບວດ ເປັນພະຢູ່ວັດ ເອີ້ນ: ຫຼວງຕາ. ບາງເທື່ອ ກໍສາມາດນໍາໃຊ້ກັບຜູ້ຊາຍເຖົ້າທົ່ວໄປ ເຊັ່ນ: ຕາສີ ຕາສາ ຕາແກ້ວ.
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →