ຄຳ·Entry
ຕັນຫາ
noun໑
ບໍ່ຢາກໃຫ້ຄົນອື່ນມີສ່ວນແບ່ງ, ກັກກັ້ນ, ຜັກດັນ, ຄັດຄ້ານ.
The desire to keep others from sharing, to withhold, oppose, or obstruct them.
໒
ຄວາມຮັກໄຄ່, ຄວາມສະເໜຫາ, ຄວາມ ຢາກໄດ້, ຢາກເປັນເຈົ້າຂອງ, ຢາກເຂົ້າຮ່ວມກັນທາງດ້ານກາມະຣົມ ແລະ ການສົມສູ່ກັນ (ເລື່ອງເພດສຳພັນ). ຕັນຫາ ແຍກອອກເປັນ ສາມ ລັກສະນະ ຄື: 1. ກາມມະຕັນຫາ: ໄດ້ແກ່ຄວາມທະເຍີ ທະ ຍານຢາກໃນກາມ, ຄວາມຢາກໄດ້ກາມມະຄຸນ ຄື ສິ່ງສະໜອງຄວາມຕ້ອງການທາງປະ ສາດ ທັງຫ້າ (5). 2. ພະວະຕັນຫາ: ໄດ້ແກ່ຄວາມທະເຍີທະຍານ ຢາກໃນພົບ, ຄວາມຢາກໃນພາວະຂອງຕົວຕົນ ທີ່ຈະໄດ້ ທີ່ຈະເປັນ ຢ່າງໃດຢ່າງໜຶ່ງ, ຢາກເປັນ ຢາກຄົງຢູ່ ຕະຫຼອດໄປ, ຄວາມໄຄ່ຢາກ ທີ່ປະກອບດ້ວຍ ພາວະຖິດຖີ ຫຼື ວັດສະຕະທິດຖີ. 3. ວິພະວະຕັນຫາ: ໄດ້ແກ່ຄວາມທະເຍີທະ ຍານຢາກ ໃນວິພົບ, ຄວາມຢາກໃນຄວາມພາກພົ້ນໄປ ແຫ່ງຕົວຕົນ ຈາກຄວາມເປັນຢ່າງ ໃດຢ່າງໜຶ່ງອັນບໍ່ປາດຖະໜາ, ຢາກທຳລາຍຢາກໃຫ້ດັບສູນ, ຄວາມໄຄ່ຢາກທີ່ປະກອບ ດ້ວຍ ວິພາວະທິດຖີ ຫຼື ອຸດເສທະທິດຖີ, ທີ່ເວົ້າກັນໂດຍທົ່ວໄປ ໝາຍເຖິງຄວາມໃຝ່ໃນກາມຕັນຫາ.
ຄຳພ້ອງ · Synonymsclick any word to explore it
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →