ຄຳ·Entry
ຕອບໝອບ
ນາມ[top-op]
1
ເຄື່ອງຫ້າງເອົານົກແນວໜຶ່ງສານດ້ວຍຕອກ ຮູບມົນຄືໂອ ເຮັດບ້ວງຫ້າງໄວ້ ຂ້າງ ໃນ ເອົາແມງຊອນ ຫຼື ແມງຈີ່ນາຍ ມັດໄວ້ ເວລາຫ້າງຂວ້ຳປາກລົງ ໃຫ້ນົກແລ່ນອ້ອມໄປ ມາເພື່ອກິນເຫຍື່ອ ກໍຈະຖືກບ້ວງທີ່ຫ້າງໄວ້.
2
ອາການນັ່ງພັບພຽບ ຄື ນັ່ງເອົາຫົວເຂົ່າຊອຍໄປທາງດຽວກັນ ເອີ້ນ: ນັ່ງຕອບໝອບ, ນັ່ງຕອບໝອບຕອບຂາ ກໍວ່າ.
3
ແມ່ຍິງອາຍຸແກ່ທີ່ມີຄວາມຊຳນານໃນການເອົາລູກອອກປະຈຳບ້ານ ແລະ ຊົນນະບົດ ເອີ້ນ ແມ່ ຕອບໝອບ.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →