⌘ K
ຄຳ·Entry

ຕອງ

noun
ໃບໄມ້ຂະໜາດໃຫຍ່ ພໍຫໍ່ຂອງໄດ້ເອີ້ນ ໃບຕອງ, ມີຊື່ຕາມທີ່ເອີ້ນ ເຊັ່ນ: ໃບຕອງກ້ວຍ, ໃບຕອງຕະແບງ, ໃບຕອງກຸງ, ໃບຕອງຈິກ, ໃບຕອງຈິງ ແລະ ອື່ນໆ.

A large leaf suitable for wrapping things, such as banana leaf or other broad leaves.

ຊື່ໄພ້ແນວໜຶ່ງ, ຈຳນວນໄພ້ທີ່ເຫຼືອກັນສາມໃບ ເອີ້ນ: ຕອງໜຶ່ງ ດັ່ງນັ້ນ ຈຶ່ງເອີ້ນ ໄພ້ຕອງ.
ຊື່ປາແນວໜຶ່ງ ໂຕເປຄືໃບຕອງ ເກັດແລບ ມີກ້າງຫຼາຍ ເອີ້ນ: ປາຕອງ, (ມີສອງແນວ ຄື ປາຕອງນາ ແລະ ປາຕອງກາຍ), ເຮັດລາບແຊບຫຼາຍ.
ກັ່ນເອົາແຕ່ສ່ວນດີ ຫຼື ສ່ວນລະອຽດ ເຊັ່ນ: ຕອງນ້ຳຄັ່ງດ້ວຍກະຕ່າ ເອີ້ນ ຕອງນ້ຳຄັ່ງ.
ໃຊ້ຜ້າຂາວບາງ ຫຼື ຖົງທີ່ເຮັດດ້ວຍຜ້າບາງ ຕອງນໍ້າຂຸ່ນໃຫ້ໃສສະອາດ, ຕອງກາເຟ ນໍ້າຊາ ບໍ່ໃຫ້ມີຂີ້ຝຸ່ນ.ໃຊ້ກະຊອນຕອງປາແດກທີ່ຕົ້ມແລ້ວ ເອົາແຕ່ນໍ້າໃສໆໃສ່ອາຫານແນວອື່ນ.
ຄຳພ້ອງ · Synonymsclick any word to explore it
Explore synonyms →
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ