⌘ K
ຄຳ·Entry

ດ້ວງ

ນາມ
[dong]
1
ຊື່ເງິນບູຮານຊະນິດໜຶ່ງ ມີຮູບກົມຄ້າຍໝາກຄໍ້ ເອີ້ນ: ເງິນດ້ວງ, ເງິນໝາກຄໍ້ ກໍວ່າ.
2
ຊື່ແມງປີກແຂງຊະນິດໜຶ່ງ ມັກກິນໃບອ່ອນ ຫຼື ຍອດອ່ອນຂອງໝາກພ້າວເປັນອາຫານ ເອີ້ນ: ແມງດ້ວງ ຫຼື ດ້ວງພ້າວ.
3
ຊື່ລູກອ່ອນຂອງແມງໄມ້ທີ່ຢູ່ຕາມໂກນໄມ້ ຫຼື ໃນດິນ, ແມງແນວໜຶ່ງ ສີຂາວ ແລະ ອ່ອນມີຢູ່ຕາມໄມ້ຜຸ ຕາມດິນ, ຕາມຄອກຄວາຍ ເຊັ່ນ: ດ້ວງຈຸດຈີ່, ດ້ວງກ້ວຍ, ດ້ວງງິ້ວ.
4
ຊື່ຄຳຂາວ ເອີ້ນ ທອງດ້ວງ. ຄົນຜິວຂາວ ເອີ້ນ: ຂາວປານດ້ວງ.
5
ຊື່ຊໍຊະນິດໜຶ່ງ ຮູບຄ້າຍຕົວດ້ວງ ເອີ້ນ: ຊໍດ້ວງ.
ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ
ດ້ວງ — ວັດຈະນານຸກົມລາວ