ຄຳ·Entry
ດິນ
noun໒
ທາດຢ່າງໜຶ່ງ ໃນຈຳພວກທາດທັງສີ່ມີຄຸູນ ລັກສະນະທີ່ສໍາຜັດໄດ້ ມີຄວາມຮູ້ສຶກ ແຂງ ອ່ອນ ດັ່ງມີ: ຜົມ, ຂົນ, ເລັບ, ໜັງ, ຊີ້ນເອັນ, ກະດູກ ເປັນຕົ້ນ ເຊິ່ງມີໃນຕົວຄົນ ແລະ ສັດ ເອີ້ນ: ທາດດິນ.
໓
ວັດຖຸທາດຂອງໂລກ ທີ່ໃຊ້ສຳລັບປູກພືດຜົນຕ່າງໆ ແລະ ເອົາມາທຳເປັນເຄື່ອງໃຊ້ ເຊັ່ນ: ຖ້ວຍ ໂຖ ໂອ ຊາມ ໝໍ້ ໄຫ ອຸ ແອ່ງດິນ ເປັນຕົ້ນ ເອີ້ນວ່າ ດິນ.
໔
ດິນທຳມະຊາດ ເຊັ່ນດິນທີ່ມີທາດເກືອປົນ, ພວກສັດປ່າ ມີ: ເມີຍ ກະທິງ ກວາງ ຟານ ເປັນຕົ້ນ ມັກເລຍກິນ ເອີ້ນ: ດິນປົ່ງ ຫຼື ດິນໂປ່ງ. ດິນທີ່ມີເກືອປົນຢູ່ຫຼາຍປູກພືດບໍ່ເກີດ ເອີ້ນ: ດິນເອືອດ ດິນເກືອ ກໍວ່າ. ດິນແນວນີ້ໃຊ້ຕົ້ມເປັນເກືອ, ໃຊ້ເປັນປະໂຫຍດໄດ້ດີຫຼາຍ.
໕
ຊື່ງູແນວໜຶ່ງ ໂຕນ້ອຍສີດຳ ມັກໝົ້ນຢູ່ໃນດິນ ເອ້ີນ: ງູດິນ.
ຄຳພ້ອງ · Synonymsclick any word to explore it
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →