⌘ K
ຄຳ·Entry

ດຳ

ຄຸນນາມ
[dam]
1
ສີທີ່ກົງກັນຂ້າມກັບສີຂາວ ເຊັ່ນ ສີກໍ່າ, ສີຄາມ ສີຂະເມົ່າ ແລະ ສີດຳທົ່ວໄປ ເອີ້ນ ສີດຳ. ນໍ້າສີທີ່ເປັນຂອງດຳເອີ້ນ: ສີດຳ.

The color opposite to white; black, including shades like dark gray, indigo, and black in general.

2
ເດືອນມືດ ເອີ້ນ ເດືອນດຳກໍ່າມືດ.
3
ຊື່ມົດແນວໜຶ່ງ ຕົວນ້ອຍໆ ດຳໆ ຢູ່ຕາມຕົ້ນໄມ້ ເອີ້ນ: ມົດດຳ.
4
ເອົາຕົ້້ນກ້າເໜັບລົງໃນໄຮ່ນາ ທີ່ໄຖ ແລະຄາດແລ້ວ ເອີ້ນ ດຳນາ.
5
ຊື່ໄມ້ເນື້ອແຂງແນວໜຶ່ງ ມີແກ່ນດຳໃຊ້ເຮັດໂຕະຕັ່ງ ແລະ ເຄື່ອງໃຊ້ອື່ນໆ ເອີ້ນ ໄມ້ດຳ, ໄມ້ນາງດໍາ ກໍວ່າ.
6
ຊື່ໄມ້ໄຜ່ແນວໜຶ່ງ ມີສີດຳ ເອີ້ນ ໄມ້ໄຜ່ດຳ.
7
ຊື່ໄມ້ແກແນວໜຶ່ງ ຕົ້ນໃຫຍ່ກວ່າໄມ້ແກທຳມະດາ ແກ່ນດຳ ເອີ້ນ ໄມ້ແກດຳ.
8
ຊື່ໄມ້ງິ້ວແນວໜຶ່ງ ແກ່ນດຳ ເອີີ້ນ ໄມ້ງິ້ວດຳ.
9
ຊື່ເສືອແນວໜຶ່ງ ມີສີດຳ ເອີ້ນ ເສືອດຳ.
10
ກັ້ນໃຈມຸດລົງໄປໃນນ້ຳ ເອີ້ນ ດຳນ້ຳ.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ
ດຳ — ວັດຈະນານຸກົມລາວ