ຄຳ·Entry
ດອນກາງຂອງ
noun໑
ຊື່ຂອງເກາະໜຶ່ງທີ່ໃຫຍ່ກວ່າໝູ່ໃນແມ່ນໍ້າຂອງ ທີ່ປະເທດລາວ, ດອນນີ້ຕັ້ງຢູ່ທາງພາກໃຕ້ສຸດຂອງປະເທດລາວ ທີ່ຂຶ້ນກັບແຂວງຈຳປາສັກ, ດອນນີ້ມີຄວາມຍາວ 26 ກິໂລແມັດ, ກວ້າງ 8 ກິໂລແມັດ, ມີເນື້ອທີ່ທັງໝົດ 6.918,14 ເຮັກຕາ, ດອນເປັນດອນຂຽວ, ເອກະລັກຂອງດອນໂຂງແມ່ນ "ພູຂຽວ" ມີຈຸດສູງ 230 ແມັດທຽບໃສ່ ນໍ້າທະເລ, ມີທົ່ງນາກວມເນື້ອທີ່ຂອງດອນ ເກືອບ 50 %, ມີຫ້ວຍນໍ້າຊົນລະປະທານ ທີ່ສາມາດເຮັດການປູກຝັງໄດ້ສອງລະດູ. (ໃນສະໄໝໄທປົກຄອງລາວ ດອນນີ້ໄດ້ປ່ຽນຊື່ເປັັນ "ດອນໂຂງ" ແຕ່ຊື່ຂອງດອນນ ແມ່ນ "ດອນກາງແມ່ນໍ້າຂອງ" ຫຼື "ດອນກາງຂອງ" ນັ້ນເອງ.
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →