ຄຳ·Entry
ດອກ
ນາມ[dok]
1
ຜົນຂອງການແຕກດອກອອກໃບຂອງພືດ, ຕົ້ນ ແລະ ເຄືອໄມ້ທີ່ມີດອກ, ສ່ວນໜຶ່ງຂອງແນວໄມ້ຕ່າງໆ ທີ່ປົ່ງອອກຈາກກິ່ງງ່າ ຫຼື ຍອດ ເພື່ອສືບແນວ ແລະ ເປັນໝາກ ເອີ້ນ: ດອກ ເຊັ່ນ ດອກມີ້, ດອກມ່ວງ, ດອກຈຳປາ.
A flower; the reproductive part of a plant that blooms from branches or stems.
2
ລາຍຕ່າງໆທີ່ເປັນຮູບຄືຮູບດອກໄມ້ທີ່ຊ່າງແຕ້ມ, ຊ່າງສັບ, ຊ່າງຄວັດ, ເຮັດຂຶ້ນ ເອີ້ນ ລາຍດອກ.
3
ເງິນທີ່ຜູ້ກູ້ຢືມ ຕ້ອງຈ່າຍຄືນແກ່ຜູ້ໃຫ້ຢືມ ບວກເພີ່ມອີກຈໍານວນໜຶ່ງຕາມທີ່ໄດ້ຕົກລົງກັນໄວ້ ເອີ້ນ: ເງິນດອກ, ຂີ້ດອກ, ດອກເບ້ຍ ກໍວ່າ. ສ່ວນຫຼາຍແມ່ນໄລ່ເປັນເປີເຊັນ ເຊັ່ນ: 10 %, 20 % (ເປີເຊັນ) ເປັນຕົ້ນ.
4
ເປັນຄຳປະກອບທ້າຍປະໂຫຍກຄຳເວົ້າ ເພື່ອໃຫ້ໄດ້ຄວາມຄັກ ເຊັ່ນ: ບໍ່ແມ່ນດອກ, ບໍ່ໄປດອກ, ບໍ່ກິນດອກ, ຂອງຂ້ອຍເອງດອກ ເປັນຕົ້ນ.
5
ດ່ອນ ເຊັ່ນ ງົວຫາງຂາວ ເອີ້ນ: ງົວຫາງດອກ, ຄົນຜົມຂາວ ເອີ້ນ: ຄົນຫົວດອກ.
6
ຊື່ໆ, ລ້າໆ ເຊັ່ນ ເປັນທິດເປັນຈານບໍ່ສົມສັກສີ ເອີ້ນ: ທິດດາຍດອກ, ຈານດາຍ ດອກ, ກິນເຂົ້າລ້າ ບໍ່ມີອາຫານກັບ ເອີ້ນ ກິນເຂົ້າດາຍດອກ, ກິນເຂົ້າດີດອກ ກໍວ່າ.
7
(ໃຊ້ສະເພາະໄມ້ ດັ່ງດຽວກັນກັບ ໂດກ).
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →