ຄຳ·Entry
ຍາງ
ນາມ[nyang]
1
ຊື່ໄມ້ແນວໜຶ່ງ ເປັນໄມ້ເນື້ອອ່ອນຂະໜາດໃຫຍ່ ໃຊ້ເຮັດເຄື່ອງເຮືອນ ແລະ ເຄື່ອງໃຊ້ ຕ່າງໆ, ຢາງຂອງໄມ້ຍາງ ເອີ້ນ: ນ້ຳມັນຍາງ, ໃຊ້ເຮັດກະບອງໄຕ້ໄດ້ ເອີ້ນ: ກະບອງຂີ້ຍາງ, ໃຊ້ປະສົມຂີ້ຊີທາເຮືອ ເອີ້ນ: ນ້ຳມັນຍາງ.
A type of large softwood tree used for making furniture and tools; its resin is called 'nam man yang' and used for torches and mixing with paint for boats.
2
ຊື່ນົກພວກໜຶ່ງຂົນສີຂາວ ສົບແຫຼມ ຂາຍາວ ເປັນນົກກິນປາ ເອີ້ນ ນົກຍາງ ມີຫຼາຍແນວ ຄື ນົກຍາງກັອກ, ນົກຍາງໂທນ.
3
ເຄື່ອງສານຂັດເປັນຕາຫ່າງໆ ສຳລັບໃສ່ສັດຈຳພວກ ເປັດ, ໄກ່, ນົກເປັນຕົ້ນ ເອີ້ນ ຍາງເປັດ ຍາງໄກ່. ຢູ່ທາງພາກໃຕ້ຂອງລາວ ໃຊ້ໄມ້ແປ້ນຕອກຕາປູ ເຮັດຄືຫີບໃຫຍ່ ສຳລັບຂັງປາ ເອີ້ນ ຍາງປາ.
4
ຊື່ຄົນຊາວພູດອຍພວກໜຶ່ງ ຢູ່ໃນປະເທດພະມ້າ (ມຽນມ້າ) ພາກເໜືອ ແລະ ຢູ່ທາງ ເໜືອຂອງປະເທດໄທ ເອີ້ນ ໄທຍາງ.
5
ໂລກພະຍາດແນວໜຶ່ງຂອງສັດປີກ ເຊັ່ນ ໄກ່ ເວລາມັັນຖ່າຍອອກມາຈະເປັນສີຂາວສາມາດເຮັດໃຫ້ໄກ່ຕາຍໄດ້ເອີ້ນ ໄກ່ຂີ້ຍາງ.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →