⌘ K
ຄຳ·Entry

ຊ້າ

ນາມ
[sa]
1
ເຄື່ອງສານສຳລັບໃສ່ຂອງ ມີຫຼາຍຢ່າງ ເຊັ່ນ: ຊ້າຈັງຫັນສານຫ່າງ ມີສາຍຫາບ ສຳລັບໃສ່ຖ້ວຍອາຫານເອົາໄປວັດ ໄປຈັງຫັນ ໄປເພນ ເຄນຄູບາ(ພະສົງ). ຊ້າທີ່ສານດ້ວຍຕອກໄມ້ ໄຜ່ ມີຫູສອງຂ້າງໃຊ້ໃສ່ເຄື່ອງຕ່າງໆ. ຊ້ານ້ຳກ້ຽງສານຕອກແລບ ແລະ ຕຶບແລ້ວທານ້ຳກ້ຽງ ສຳລັບໃສ່ຢາສູບ ຫຼື ໝາກພູ ເປັນຕົ້ນ ກະຊ້າໝາກ ກໍວ່າ ຢ່າງວ່າ "ຈວງຈັນຫຼ້າງຂອງແພງທາງເທດ ສັງຊິມາຄວ່າຫ້ອຍ ຫູກະຊ້າທ່ຽວຂາຍ".
2
ເຊື້ອແນວ ເຊັ່ນ ຊ້າພູແມ່ນແນວພູ ຕົ້ນໄຟເດືອນຫ້າ ເກີດຕາມຄັນນາ ລັກສະນະຄືຕົ້ນຜັກຫອມເປ ເອີ້ນ ຊ້າໄຟເດືອນຫ້າ, ກະຊ້າໄຟເດືອນຫ້າ ກໍວ່າ.
3
ເປືອກ ຫຼື ກາບເຫັດເຜາະ ທີ່ແຫ້ງກະແດ້ງຍ້ອນແກ່ ແລະ ບໍ່ມີໃຜເກັບເອົາໄປກິນ ເອີ້ນ ຊ້າເຫັດເຜາະ ກະຊ້າເຫັດເຜາະ ກໍວ່າ.
4
ໂງ່ ຕົວຢ່າງ: ເຮັດຊ້າໆ ບໍ່ວ່ອງບໍ່ໄວ.
5
ຊາກຄົນຕາຍ ເອີ້ນ ຊ້າ ຢ່າງວ່າ "ນາງນັ່ງເຝົ້າ ຂອນຊ້າຊາກຜົວ.
6
ບ່ອນຈູດ ຫຼື ບ່ອນຝັງຄົນທີ່ຕາຍໄປແລ້ວ ເອີ້ນວ່າ ປ່າຊ້າ, ຜີປ່າຊ້າ ກໍວ່າ.
ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ