ຄຳ·Entry
ຊີ
adjective໑
ໃນພາສາສັນສະກິດ ໃຊ້ຕໍ່ທ້າຍຄຳນາມເປັນເຄື່ອງໝາຍຄຳຍົກຍ້ອງ ດັ່ງ ມະຫາ ເທບຊີ, ນາຣະທະຊີ. ກົງກັບຄຳລາວວ່າ "ທ້າວ" ນາຣະທະຊີ ໝາຍຄວາມວ່າ ທ້າວນາຣະທະ ແລະ ຄຳນີ້ເຮົາເອົາມາໃຊ້ ເປັນຄຳນຳໜ້ານາມໝາຍເຖິງຄວາມຍົກຍ້ອງຄືກັນ ດັ່ງ ຊີຕົ້ນ (ພະສົງ), ຊີຜ້າຂາວ (ນັກບວດນຸ່ງຂາວ). ຊີເປືອຍ (ນັກບວດຈຳພວກໜຶ່ງຖືເພດເປືອຍກາຍ). ຊີ 2 ນັກບວດໃນພຸດທະສາສະໜາ ທີ່ນຸ່ງເຫຼືອງຫົ່ມເຫຼືອງ ເອີ້ນ ຊີສົມ ຢ່າງວ່າ "ແມ່ນຊື່ອົງປະສົງສ້າງ ຊີຊຽງພາກໄພ່ ກໍດີ ຂ້າກໍຂໍຂູດເກົ້າ ທົງຜ້າແຜ່ນຂາວ".
໒
ນັກບວດທີ່ນຸ່ງຂາວຫົ່ມຂາວເອີ້ນ ຊີຜ້າຂາວ-ຊີປະຂາວ ພໍ່ຂາວ ກໍວ່າ ຜູ້ຍິງທີ່ນຸ່ງຂາວ ເອີ້ນ ແມ່ຊີ ແມ່ຂາວ ກໍວ່າ ນັກບວດ ປະເປືອຍ ນຸ່ງລົມຫົ່ມຟ້າ ເອີ້ນ ຊີເປືອຍ.
໓
ຜັກຊະນິດໜຶ່ງມີກິ່ນຫອມຂິວ ໃບເປັນຝອຍແລບໆ ໃຊ້ໃສ່ເອາະ ຫຼື ກິນກັບປົ່ນ ກັບລາບກ້ອຍແຊບ ເອີ້ນ ຜັກຊີ.
໔
ແມ່ນ້ຳສາຍໜຶ່ງໃນພາກອີສານຂອງປະ ເທດໄທ ໄຫຼຕົກໃສ່ນ້ຳມູນ ໃນເຂດຈັງຫວັດອຸບົນລາຊະທານີ ເອີ້ນ ແມ່ນ້ຳຊີ.
໕
ຜັກແນວໜຶ່ງເກີດຢູ່ປ່າ ຕົ້ນເປັນເຄືອ ໃບຄືໃບຜັກຊີບ້ານແຕ່ບໍ່ຂິວ ເອີ້ນ ຜັກຊີຊ້າງ.
໖
ເຫຼັກສຳລັບເຈາະໄມ້ ຫຼື ເຈາະເຫຼັກໃຊ້ແທງແລ້ວຜຸນເຂົ້າເອີິ້ນ ເຫຼັກຊີ.
໗
ແທງແລ້ວຜຸນເຂົ້າໃຫ້ເປັນຮູ ເອີ້ນ ຊີຮູ.
໘
ຊື່ກວາງແນວໜຶ່ງ ໂຕນ້ອຍຂົນສີແດງ ຄູ່ກັບກວາງສ້ອຍ ຫຼື ກວາງເລົາ ເອີ້ນ ກວາງຊີ ຢ່າງວ່າ "ເຂົາກວາງຊີປົ່ງຍາມເດືອນຫ້າ ເຂົາງົວບາປົ່ງຍາມເດືອນສີ່ ເຂົາຊີປົ່ງແລ້ວ ເຂົາແກ້ວປົ່ງຊອນ" (ກອນ).
໙
ຢາງຂອງໄມ້ຈິກ ຫຼື ໄມ້ຊີ ທີ່ຍ້ອຍອອກແລ້ວແຂ້ນແຂງເປັນຊໍໍ່ ເອີ້ນ ຂີ້ຊີ, ຕຳໃຫ້ມຸ່ນແລ້ວປົນກັບນ້ຳມັນຍາງ ໃຊ້ທາຄຸ ທາເຮືອດີແທ້.
໑໐
ຊື່ຕົ້ນໄມ້ຂະໜາດໃຫຍ່ ມີແກ່ນແຂງ ໃຊ້ເຮັດເຄື່ອງເຮືອນ ຫຼື ເຄື່ອງໃຊ້ໄດ້ດີ ເອີ້ນ ໄມ້ຊີ.
ຄຳພ້ອງ · Synonymsclick any word to explore it
Spotted something else?Full correction form →