⌘ K
ຄຳ·Entry

ຊານ

noun
ພື້ນເຮືອນນອກຊາຍຄາອອກໄປ ເອີ້ນ ນອກຊານ, ພື້ນທີ່ນອກຕົວເມືອງອອກໄປ ເອີ້ນ ຊານເມືອງ.

A platform or veranda extending from a house; also refers to the outlying area of a town.

ຮິມສົບເບື້ອງເທິງ ຕໍ່ຈາກຮູດັງລົງມາ ເອີ້ນ ຊານດັງ, ຊານຂີ້ມູກ ກໍວ່າ.
ຊານທີ່ຢູ່ໃນລະຫວ່າງກາງຂອງເຮືອນຫຼັງໃຫຍ່ ແລະ ຫຼັງນ້ອຍ ເອີ້ນ ຊານຂວາງ ຢ່າງວ່າ "ເມື່ອນັ້ນພະແມ່ເຈົ້າ ສະເດັດສູ່ຊານຂວາງ".
ໜ້າມຸກທີ່ບໍ່ມີຊານນ້ອຍທີ່ຕໍ່ມາຈາກເຮືອນໃຫຍ່ ເອີ້ນ ຊານມົນ.
ການທຳຈິດໃຫ້ຕັ້ງໝັ້ນຢູ່ໃນອາລົມອັນໃດອັນໜຶ່ງ ຢ່າງບໍ່ຫວັ່ນໄຫວ, ຊານມີສີ່ຊັ້ນ ຄື: ປະຖະມະຊານ ປະກອບດ້ວຍອົງ 5 ປະການ ຄື ວິຕັກກະ ຄວາມຄະນຶງ ຫຼື ຮີ່ນຕອງ, ວິຈາລະ ຄວາມໄຕ່ຕອງ, ປີຕິ ຄວາມອີ່ມໃນໃຈ, ສຸຂະ ຄວາມສະບາຍໃຈ, ເອກັກຄະຕາ ໃຈມີອາລົມອັນດຽວ. ທຸຕິຍະຊານປະກອບດ້ວຍອົງ 3 ປະການ ຄື ລະວິຕັກກະ, ວິຈາລະເສຍເຫຼືອແຕ່ປິຕິ, ສຸຂະເອກັກຄະຕາ. ຕະຕິຍະຊານມີອົງ 2 ຄື ລະປິຕິເສຍເຫຼືອແຕ່ສຸຂະ ກັບ ເອກັັກຄະຕາ. ຈະຕຸດຖະຊານມີອົງ 2 ຄື ລະສຸກເສຍ ເຫຼືອແຕ່ເອກັກຄະຕາ ກັບ ອຸເປກຂາ ຄື ຄວາມວາງໂຕເປັນກາງ (ພຸດທະປັດຊະຍາ).
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ