⌘ K
ຄຳ·Entry

ຊາ

noun
ໄມ້ພຸ່ມຈຳພວກໜຶ່ງ ມີສອງແນວ ຄື: ແນວໃບນ້ອຍ ແລະ ແນວໃບໃຫຍ່, ແນວໃບນ້ອຍ ຖ້າເປັນໃບດິບໃຊ້ຕົ້ມນ້ຳກິນ, ຖ້າເປັນໃບແຫ້ງ ໃຊ້ຊົງນ້ຳຮ້ອນກິນ ເອີ້ນ ໃບຊາ, ແຕ້ ຫຼື ຊາແຕ້ ກໍວ່າ, ແນວໃບໃຫຍ່ ເອີ້ນ ໃບໝ້ຽງ ໃຊ້ຄ້ຽວຕາງໝາກ.
ຊື່ພັນໄມ້ພຸ່ມໃບນ້ອຍແຫຼມ ໃຊ້ເຮັດຢາ, ປຸງອາຫານ ແລະ ສູບຕາງຢາສູບ ເປັນຢາເສບຕິດໃຫ້ໂທດ ຄົນຕິດຊາມີອາການມືນງົງ ຄືຄົນເປັນບ້າ, ຖ້າໄດ້ສູບແລ້ວ ກິນຫຍັງກໍແຊບ ອາລົມກໍດີ ຍິ້ມຫົວ, ຖ້າບໍ່ໄດ້ສູບຈະເກີດແງ້ນ ບາງຄົນເມີ່ລອຍ ບາງຄົງເຖິງຂັ້ນລົງເລືອດລົງແດງຕາຍກໍມີ ເອີ້ນກັນໃນຊື່ ກັນຊາ ກໍວ່າ.
ຕຳແໜ່ງສະມະນະສັກ ຂັ້ນທີສອງຕໍ່ຈາກຂັ້ນສຳເດັດ ເອີ້ນ ເຈົ້າຫົວຊາ, ຄູບາຊາ, ອາຈານຊາ ກໍເອີ້ນ.
ຕຳແໜ່ງບັນດາສັກຝ່າຍຕຳຫຼວດ ຫຼື ຜູ້ກວດລາຊະການຕາມແບບບູຮານ ເຊັ່ນ ຊາ ແນດ, ຊານົນ, ຊາມາດ, ຊາທິບພະມຸນຕີ..
ອາການເກີດຂຶ້ນທີ່ອະໄວຍະວະສ່ວນໃດສ່ວນໜຶ່ງຂອງຮ່າງກາຍ ເຊັ່ນ ນັ່ງເຕັງຂາຂ້າງດຽວດົນໆ ຈະເກີດອາການມືນຊາ ເຊັ່ນ ມືນຊາທີ່ຕີນ, ມືນຊາຂາແຄ່ງ ເປັນຕົ້ນ.
ຊື່ດັງ ເຊັ່ນ ລືຊາ ເປັນຕົ້ນ.
ກຳກັບ ເຊັ່ນ ຕ້ອງກຳກັບນັບຊາ, ເອົາຫົວໃສ່ໃຈຊາ, ບໍ່ເອົາຫົວຊານຳວຽກ.
ຄິດເຈັບໃຈໃຫ້ ເຊັ່ນ: ຢ່າໄປຊາຄວາມເດັກນ້ອຍທ້ອນມັນເວົ້າໂດຍບໍ່ໄດ້ຄິດ.
ຄຳພ້ອງ · Synonymsclick any word to explore it
Explore synonyms →
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ