ຄຳ·Entry
ຈ້ອຍ
noun໑ຈ້ອຍໜຶ່ງນ້ຳໜັກທໍ່ກັບສອງກິໂລກຣາມ.
໒ສຽງຫວານອອນຊອນດັງເຂົ້າໄປໃນຫູ, ສຽງທີ່ອ່ອນຫວານ, ສຽງທີ່ມີຄວາມອ່ອນ ຫວານ ແລະແຊບຊ້ອຍ, ເອີ້ນວ່າ ຫວານຈ້ອຍ.
໓ສຽງທີ່ຫວານ ແລະຊາບຊຶ້ງເຂົ້າໄປໃນໃຈ ເອີ້ນ ສຽງຈ້ອຍໆ.
໔ຜູ້ສາວທີ່ບໍ່ເຄີຍຜ່ານຜູ້ຊາຍ, ຜູ້ຍິງທີ່ບໍ່ທັນໄດ້ແຕ່ງງານມາກ່ອນ, ຜູ້ຍິງໃນໄວອາຍຸອ່ອນ.
໕ເປັນຄຳປະກອບທ້າຍຂອງກິລິຍາ ແລະ ຄຳວິເສດ. ເພື່ອບອກຄວາມຄັກແນ່ປະກອບທ້າຍກິລິຍາ ເຊັ່ນ: ໄປຈ້ອຍ, ບໍ່ມາຈ້ອຍ, ບໍ່ໄດ້ຈ້ອຍ, ກິນຈ້ອຍ. ປະກອບວິເສດດ້ວຍກັນ ເຊັ່ນ: ຫວານທີ່ສຸດ ເອີ້ນ ຫວານຈ້ອຍ, ເຢັນທີ່ສຸດ ເອີ້ນ ເຢັນຈ້ອຍ, ໜາວທີ່ສຸດ ເອີ້ນ ໜາວຈ້ອຍ, ເປັນສາວບໍລິສຸດ ເອີ້ນ ສາວຈ້ອຍໆ.
ຄຳພ້ອງ · Synonymsclick any word to explore it
ຄຳໃກ້ຄຽງ—Nearby in the lexicon