ຄຳ·Entry
ຈຽງ
ນາມ[chiang]
1
ຊື່ຂອງເດືຶອນທີໜຶ່ງຂອງປີ ຕາມທາງຈັນທະລະຄະຕິ ໃນສິບສອງເດືອນຂອງປີລາວ ຊຶ່ງເປັນການຖືມາແຕ່ບູຮານນະການ ຊື່ ເດືອນຈຽງ ຫຼື ເດືອນອ້າຍ.
2
3
ຊື່ພາກໄມ້ພັນໜຶ່ງ ມັກຈັບຢູ່ຕາມຕົ້ນໄມ້ໃຫຍ່ ຫຼື ເປັນພາກໄມ້ກໍແມ່ນ ມີດອກງາມຫອມ ເອີ້ນ ດອກຈຽງ, ຈຽງລົມ ຫຼື ກຽງ, ກຽງລົມ ກໍວ່າ.
4
ແວ້ຕິດກົ້ນລູກໜ້າ ສຳລັບຍິງໃຫ້ລູກໄປທ່ຽງ ເອີ້ນ ຈຽງລູກໜ້າ.
5
ເຄື່ອງໃຊ້ສຳລັບເກັບໄໝ ເພື່ອເອົາໄປປັ່ນໃສ່ຫຼອດ ຫຼື ຄຶບກັນເຂົ້າ ເອີ້ນ ຈຽງ.
6
ໜັງສືຜູກທີ່ຂຽນໃສ່ຕິວໄມ້ໄຜ່ ເປັນຄຳກອນເວົ້າແຕ່ຄວາມເພີ, ເລື່ອງລາມົກ ກາມະຄຸນ ສ່ວນຫຼາຍໃຊ້ອ່ານຍາມບູນບັ້ງໄຟ ເອີ້ນ ຄຳພີຈຽງ ຫຼື ໜັງສືເຈືອງ ກໍວ່າ.
7
ເຄື່ອງມືຂອງຊ່າງກໍ່ ເປັນຮູບ 3 ແຈ ເຮັດດ້ວຍແຜ່ນເຫຼັກ ໃຊ້ຕັກປູນປະທາຍເວລາກໍ່ ຫຼື ໂບກຝາ.
8
ຊື່ຂອງນິທານລາວ ເລື່ອງໜຶ່ງໃນຈຳປາສັກ ພາກໃຕ້ຂອງປະເທດລາວ ຊື່ເລື່ອງ ທ້າວບາຈຽງ ແລະນາງມະໂລງ.
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →