ຄຳ·Entry
ຈຸລະສັກກະຣາດ
noun໑
ສັກກະຣາດທີ່ຕັ້ງຂຶ້ນພາຍ ຫຼັງ ພຸດທະສັກກະຣາດ, ສິ່ງທີ່ເກີດມາຕາມທີຫຼັງຂອງສັງຄາຍະນາ, ໄດ້ຕັ້ງຂຶ້ນເມື່ອ ພ.ສ. 1181 ແລະມະຫາສັກກະຣາດ 561 ວັນສົງການຂຶ້ນ (ເຖິງສົກ) ກົງກັບວັນຈັນ ເດືອນ 5 ຂຶ້ນ 12 ຄໍ່າ ປີກຸນ (ປີກົດໃຄ້) , ກົງກັບວັນຈັນ ທີ 22 ເດືອນມີນາ ຄ.ສ. 639. ສັກກະຣາດນີ້ ໄດ້ຕັ້ງຂຶ້ນໃນປະເທດ ພຸກາມ (ພຸກາມ: ແມ່ນຊື່ເກົ່າຂອງປະເທດມຽນມາ). ໂດຍແມ່ນ ພະເຈົ້າແຜ່ນດິຂອງມຽນມາ ອົງໜຶ່ງ ຄືພະສັງຄະຣາດບຸພະໂສຫັນ ທີ່ໄດ້ອອກຊີງ ຣາຊະສົມບັດ ໃນປະເທດມຽນມາ ເປັນຜູ້ຕັ້ງຂຶ້ນ. ເມື່ອກາລີຍຸກ ລ່ວງໄດ້ 3739 ປີ.ຈຸນລະສັກກະຣາດນີ້ໄດ້ເລີ່ມໃຊ້ຂຶ້ນໃນປະເທດລາວກ່ອນໃນສະໄໝ ເມື່ອມອນໄດ້ໄຊຊະນະ ຍົກທັບເຂົ້າປົກຄອງເມືອງລາວ ແລ້ວ ຈິ່ງນຳເອົາມາໃນເມືອງສຸໂຂໄທ.
The Chulasakkarat (Chula Sakarat) era established after the Buddhist era, set in 1181 BE (639 CE) in Pagan, corresponding to a specific astrological date.
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →