⌘ K
ຄຳ·Entry

ຈານ

verb
ປົນນ້ຳ ເຊັ່ນເອົາເຂົ້າສຸກເຈືອດ້ວຍນ້ຳ ເອີ້ນ ເຂົ້າຈານນ້ຳ, ປົນນ້ຳແກງ ເອີ້ນ ເຂົ້າຈານແກງ, ປົນນ້ຳປາແດກ ເອີ້ນ ຈານປາແດກ.
ພາຊະນະສຳລັບໃສ່ອາຫານມີຮູບແບນ ເອີ້ນ ຈານ.
ເຫຼັກແຫຼມ ຫຼື ເຂັມ ຕອກເຂົ້າໃນໄມ້ແກ່ນ ເຊິ່ງເຮັດເໝືອນດ້າມປາກກາເອົາໄປຝົນໃຫ້ແຫຼມທີ່ສຸດ ໃຊ້ສຳລັບຂຽນໜັງສືໃບລານ ເອີ້ນ ເຫຼັກຈານ.
ການຂຽນໜັງສືໃສ່ໃບລານດ້ວຍເຫຼັກຈານ ເອີ້ນ ຈານໜັງສື.
ຊື່ກຽດຕິຍົດຂອງຜູ້ຊາຍລາວຜູ້ທີ່ໄດ້ບວດໃນສາສະໜາ ແລະ ໄດ້ຮັບເຖລາພິເສກ ຫຼື ຫົດສົງ, ຄັ້ງທີໜຶ່ງ ເອີ້ນ ຄູບາສົມເດັດ ຫຼື ສຳເດັດ, ຄັ້ງທີສອງ ເອີ້ນ ຄູບາຊາ, ຄັ້ງທີສາມ ເອີ້ນ ຄູບາຄູ, ເມື່ອສິກອອກມາ ຜູ້ຫົດສົງໜຶ່ງເທື່ອ ເອີ້ນ ຈານ, ຜູ້ຫົດສົງສອງເທື່ອ ເອີ້ນ ຈານຊາ, ຜູ້ຫົດສົງສາມເທື່ອ ເອີ້ນ ຈານຄູ. ຈານ 6 ຊື່ພັນໄມ້ແນວໜຶ່ງ ດອກສີແດງງາມ ໃບມົນໃຫຍ່, ດອກມັກບານຍາມເດືອນສາມຕໍ່ເດືອນສີ່, ມີສອງຊະນີດ ຄືຈານຕົ້ນ ແລະ ຈານເຄືອ, ຈານເຄືອກ້ຽວຕົ້ນໄມ້ວຽນຂຶ້ນທາງຊ້າຍສະເໜີ ບໍ່ວຽນຂຶ້ນທາງຂວາ ເກີດຕາມທົ່ງ ຫຼື ປ່າໂຄກ. ເອີ້ນ ຕົ້ນ ຫຼື ເຄືອດອກຈານ.
ຄຳພ້ອງ · Synonymsclick any word to explore it
Explore synonyms →
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ