ຄຳ·Entry
ຈະຕຸລະວັນນະ
ນາມ[cha-tu-la-van-na]
1
ສີ່ວັນນະ ຫຼື ສີ່ສະກຸນໄດ້ແກ່ຊັ້ນຄົນ ໃນອິນເດຍບູຮານ ຄື: 1. ວັນນະຂາວ ໄດ້ແກ່ພາມເປັນຈຳພວກປະກອບ ພິທີທາງສາສະໜາພາມ ຖືວ່າພວກຕົນເກີດຈາກປາກພະພົມຜູ້ສ້າງໂລກ ພວກພາມຈຶ່ງເປັນເຈົ້າຂອງຄຳພີ. 2. ວັນນະແດງ ໄດ້ແກ່ກະສັດເປັນພວກເຈົ້າ ມີ ໜ້າທີ່ີຮັກສາບ້ານເມືອງ ກະສັດຖືວ່າພວກຕົນເກີດຈາກແຂນຂອງພະພົມ ສະນັ້ນ ພາມກັບກະສັດຈຶ່ງເປັນພວກສູງ. 3. ວັນນະເຫຼືອງ ໄດ້ແກ່ໄວສະຍະ ຫຼື ພວກແພດ ຖືວ່າ ເກີດຈາກຕັກພະພົມ. 4. ວັນນະດຳ ໄດ້ແກ່ພວກສູດ ເປັນພວກລູກຈ້າງ ມີໜ້າທີ່ຮັບຈ້າງເຮັດວຽກ, ພວກສູດນີ້ ຖືວ່າເກີດມາຈາກປາຍຕີນຂອງພະພົມ ຈຶ່ງເປັນຄົນຊັ້ນຕ່ຳທີ່ສຸດ ໃນຄຳພີີພະເວດ ຈຶ່ງຫ້າມບໍ່ໃຫ້ພວກສູດຮຽນຮູ້ພະເວດໄດ້.
The four ancient Indian castes: white (Brahmins), red (Kshatriyas), yellow (Vaishyas), and dark (Shudras).
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →