⌘ K
ຄຳ·Entry

ຈອກ

ນາມ
[chok]
1
ພາຊະນະແນວໜຶ່ງ ກົ້ນສ້ວຍປາກເຫວີຄ້າຍຄືໂຈກ ແຕ່ນ້ອຍກວ່າໂຈກ, ໃຊ້ສຳລັບຕັກນ້ຳ ຫຼື ໃຊ້ຕາມຕ້ອງການ, ຖ້າໃຊ້ໃສ່ນ້ຳ ເອີ້ນ ຈອກນ້ຳ ໃຊ້ໃສ່ເຫຼົ້າ ເອີ້ນ ຈອກເຫຼົ້າ.

A type of container with a pointed bottom and flared top, smaller than a 'ໂຈກ', used for scooping water or for drinking.

2
ຊື່ຂອງພືດຢູ່ໃນນໍ້າຊະນິດໜຶ່ງ ບໍ່ມີລຳຕົ້ນ ມີແຕ່ຮາກ ທີ່ລ່ອງລອຍໄປຕາມກະແສນໍ້າ ເອີ້ນ: ຈອກຢູ່ນໍ້າ.
3
ນົກແນວໜຶ່ງ ໂຕນ້ອຍໆມັກເຮັດຮັງຢູ່ຕາມເລົ້າ ແລະ ເຮືອນຄົນ ເອີ້ນ: ນົກຈອກ, ເອີ້ນ: ນົກກະຈອກ ກໍໄດ້.
4
ຊື່ໝາປ່າແນວໜຶ່່ງ ຂົນຍາວ ຫາງເປັນພົ້ວ ເອີ້ນ ໝາຈອກ, ໝາຈິກຈອກ ກໍວ່າ.
5
ຊືື່ປາເກັດແນວໜຶ່ງທີ່ມີໃນລໍານໍ້າຂອງ ປາກແຫຼມຄ້າຍຄື ປາໂຈກ ແຕ່ໂຕນ້ອຍກວ່າປາໂຈກເອີ້ນ ປາຈອກ.
6
ສຽງດັງຢ່າງນັ້ນ ເຊັ່ນ ສຽງນໍ້າໄຫຼຄ່ອຍໆ ຈາກທີ່ສູງດັງຈອກ ຫຼືສຽງຖອກນ້ຳຈາກກະ ບອກນ້ອຍໆ ດັງຈອກ, ຖ້າເປັນກະໂບກໃຫຍ່ຈະດັັງ ໂຈກ.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ