⌘ K
ຄຳ·Entry

ງູ

noun
ຊື່ຫວ້ານແນວໜຶ່ງ ເອີ້ນ ຫວ້ານງູ ໃຊ້ຕຳ ປະສົມເຫຼົ້າ ໂພະປາກບາດ ທີ່ງູກັດ ເຮັດໃຫ້ ພິດງູຫາຍໄປຢ່າງໄວວາ.

A type of vine called 'wan ngu', used by pounding with alcohol to apply to snake bites, quickly neutralizing the venom.

ສັດເລືອຄານ ປະເພດບໍ່ມີຕີນ ຕົນໂຕກົມຍາວ ໄປດ້ວຍການເລືອ ໂດຍໃຊ້ຫາງຟັດໄປຟັດມາ ເພື່ອດັນໃຫ້ໂຕພຸ່ງໄປ. ງູແບ່ງເປັນສອງຈຳພວກ ຄື ພວກງູມີພິດ ແລະ ບໍ່ມີພິດ. ຈຳພວກມີພິດແມ່ນ: ງູຈົງອາງ, ງູເຫົ່າ, ງູທຳທານ, ງູເພົາກະບາ, ງູສາງຮ່າ, ງູຫຼັກຄວາຍ, ງູງ້ວງກາງດົງ, ງູຂຽວຫາງແຫ້ມ, ງູຄ່ວງຄ້ອນ, ງູກ່ອມນາງນອນ. ຈຳພວກທີ່ບໍ່ມີພິດ ແມ່ນ: ງູເຫຼືອມ, ງູສາ, ງູສິງ, ງູປາ, ງູສິງເສື້ອ, ສິງດົງ, ສິງປວກ, ງູລາກເຊືອກ, ງູງວງຊ້າງ ເປັນຕົ້ນ.
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ