ຄຳ·Entry
ຄ້ອງ
ນາມ[khong]
1
ເຄື່ອງຕີໃຫ້ມີສຽງດັງ ເພື່ອບອກສັນຍານ ຫຼື ຕີເພື່ອນເຕືອນສະຕິ ການໂມທະນານທານ, ຄ້ອງມີຢູ່ສອງ ປະເພດຄື: ຄ້ອງຂະໜາດໃຫຍ່: ມັກເອົາໄວ້ໃນສິມ ຫຼືຫໍແຈກ. ຄ້ອງຂະໜາດນ້ອຍ ມັກເອົາເຄື່ອນຍ້າຍໄປຕາມທີ່ຕ່າງໆໃນເວລາເຮັດບຸນ.
An instrument struck to produce sound for signaling or as a reminder for meditation and offerings; there are two types: large gongs kept in temples or halls, and small gongs that can be moved to various places during festivals.
2
ຄ້ອງເປັນເຄື່ອງເສບ ເຮັດດ້ວຍທອງເຫຼືອງ ມີຫຼາຍຢ່າງ ຄື: ຄ້ອງແນວໜ່ວຍໃຫຍ່ ໜ່ວຍມົນ ມີຈູມຢູ່ກາງ, ໜ່ວຍໃຫຍ່ເຈັດແປດເກົ້າກຳ ຕີສຽງດັງມຸ່ງໆສ່ວນຫຼາຍ ມັກຕີຍາມເຮັດບຸນພະເວດ ຫຼື ກອງອັດຖະ ກອງກັນຖິນ ເປັນຕົ້ນ ເອີ້ນ ຄ້ອງມຸ່ງ. ຄ້ອງໜ່ວຍນ້ອຍ ຮູບຮ່າງຄືຄ້ອງມຸ່ງ ແຕ່ເອົາມາຜູກລຽນກັນເປັນວົງ ຕັ້ງແຕ່ 16 ໜ່ວຍຂຶ້ນໄປເປັນວົງໜຶ່ງ ຜູກໃສ່ຮາງ ທີ່ເຮັດດ້ວຍຫວາຍໃຫຍ່ ໃຊ້ຄ້ອນໜັງຕີເຂົ້າກັນກັບລະນາດ ເປັນເຄື່ອງເສບ ເອີ້ນ ຄ້ອງວົງ ຫຼື ຟາດຄ້ອງ.
3
ເອົາເຊືອກເປັນບ້ວງສູບເອົາຄໍສັດ ເອີ້ນ ຄ້ອງ ເຊັ່ນ ເອົາເຊືອກຜູກເອົາຄໍຊ້າງ ເອີ້ນ ຄ້ອງຊ້າງ, ເອົາຜ້າພັນຄໍ ເອີ້ນ ຄ້ອງຄໍ, ເອົາເຊືອກເປັນບ້ວງ ຫຼື ເປັນວົງຍັກກະປອມ ເອີ້ນ ຄ້ອງກະປອມ.
4
ໄປນົບເອົາຜູ້ສາວຂຶ້ນຟ້ອນລໍາວົງນໍາໃນງານບຸນວັດສະໄໝກ່ອນ ເອີ້ນ ຄ້ອງສາວ ຫຼື ຈ່ອງສາວ.
5
ໃນສະໄໝບູຮານ ທາງການປົກຄອງມັກໃຊ້ຄ້ອງ ຫຼື ກອງ ເປັນເຄື່ອງເຕືອນຄວາມອົງອາດກ້າຫານຂອງກອງທັບ ຍາມເຂົ້າສົງຄາມ ຫຼືແຫ່ຂະບວນການຕ່າງໆຂອງກອງທັບ ເອີ້ນຄ້ອງ ຫຼື ກອງໄຊ.
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →