⌘ K
ຄຳ·Entry

ຄົນມະນຸດ

noun
ສັດທີ່ມີຈິດໃຈສູງກວ່າສັດເດຍລະສານ ເອີ້ນ: ສັດມະນຸດ. ມະນຸດຄົນ ແບ່ງອອກເປັນ 4 ຈຳພວກ ຄື: 1. ຄົນທີ່ມັດສ້າງແຕ່ຄຸນງາມຄວາມດີ ອັນເປັນປະໂຫຍດຕໍ່ຊາດ ແລະ ສັງຄົມ, ມີການສຶກສາຫາຄວາມຮູ້, ຕັ້ງຕົນຢູ່ໃນພົມວິຫານ 4 ປະການຄື: ເມດຕາ, ກະລຸນາ, ມຸທິຕາ, ອຸບເປກຂາ ເອີ້ນ: ມະນຸດເທວະດາ. 2. ຄົນທີ່ມັກສຶກສາຮໍ່າຮຽນແລະຄົ້ນຄວ້າຫາເຫດຫຼືຜົນ ໃນເລື່ອງຄວາມດີ ແລະຄວາມຊົ່ວ ຍອມຮຽນໃນສິ່ງທີ່ຕົນບໍ່ຮູ້ຈັກຈາກຄູອາຈານຫຼື ບຸກຄົນທີ່ຄວນເຄົາລົບບູຊາ ແລ້ວນຳມາຄົ້ນຄິດພິຈາລະນາໃນເລື່ອງຄວາມຖືກ ຫຼື ຜິດ ເອີ້ນວ່າ: ມະນຸດສາມະນຸດໂສ. 3. ຄົນຜູ້ມີຄວາມໂລບມາກໂລພາເກີນໄປ ໂດບບໍ່ເຫັນ ແກ່ຜົນປະໂຫຍດຂອງຊາດ ຫຼືສັງຄົມ, ຜູ້ທີ່ເຫັນນໍ້າຕາຂອງຄົນອື່ນເປັນນໍ້າອາບຂອງຕົນ ຫຼືວ່າ: ເປັນຄົນມັກເກາະຫ້ອຍກິນນຳຜູ້ອື່ນ ຕະ ຫຼອດການ ທັງທີ່ຕົນເອງດີນ ບໍ່ກຸດ ມືບໍ່ຂາດ, ມີອະໄວຍະວະຄົບຖ້ວນທັງ 32 ປະການ ເອີ້ນວ່າ: ມະນຸດສາເປໂຕ ຫຼື ຮ່າງກາຍເກີດເປັນມະນຸດ ແຕ່ຈິດໃຈນັ້ນເປັນເປດ ເປັນມານ. 4. ຄົນທີ່ເກີດຂຶ້ນມາເປັນມະນຸດແລ້ວ ບໍ່ຊອກຄົ້ນສຶກສາຮໍ່າຮຽນ ຫາວິຊາຄວາມຮູ້ໃສ່ຕົນ ໃຫ້ທຽມທັນກັບໂລກວິວັດທະນາການ ຫຼື ເປັນຄົນທີ່ອ່ານປຶ້ມເຫຼັ້ມດຽວ ແລະເບິ່ງຄົນອື່ນໃນແງ່ຜິດຕະຫຼອດ ເອີ້ນວ່າ: ມະນຸດສາຕິຣັດສາໂນ ຫຼື ຮ່າງກາຍເກີດເປັນມະນຸດແຕ່ຈິດໃຈແມ່ນເຫັນຜິດເປັນຖືກ ນັ້ນເອງ.

A sentient being with higher intellect than animals; humans are divided into four categories, including those who cultivate virtue, study, and adhere to the four Brahmaviharas (loving-kindness, compassion, sympathetic joy, equanimity).

ຄຳພ້ອງ · Synonymsclick any word to explore it
Explore synonyms →
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ