⌘ K
ຄຳ·Entry

ຄຸນສົມບັດຂອງຜູ້ປົກຄອງ

ນາມ
[khun-som-bat-khong-phu-pok-khong]
1
ກິດຕິສັບຂອງຜູ້ຄອງອຳນາດການປົກຄອງ, ຊື່ວ່າ: ຄຸນນະທຳທີ່ນັກປົກຄອງຊາດ ແລະ ສັງຄົມທັງຫຼາຍ ຄວນມີໄວ້ປະຈຳໃຈ ມີ 10 ປະການ ຄື: 1. ໃຫ້ທານສິ່ງຂອງດ້ວຍຄວາມບໍລິສຸດໃຈ, ບໍລິຈາກຊັບສ້າງສິ່ງທີ່ເປັນສາທາລະນະປະໂຫຍດ, 2. ໃຫ້ຮັກສາສິນກິນທານ ແລະ ຕັ້ງໝັ້ນໃນຄຸນນະທຳ, 3. ເປັນຄົນຊື່ກົງ ຕໍ່ພາລະໜ້າທີ່ການງານ, 4. ເປັນຄົນອ່ອນນ້ອມຖ່ອມຕົນ ແຮຕ່ບໍ່ແມ່ນອ່ອນແອ, 5. ກຳຈັດຄວາມຊົ່ວ ແລະ ສະໜຽດຈັງໄຮຕໍ່ຊາດ ແລະ ສັງຄົມ. 6. ບໍ່ສໍ້ລັດບັງປະຊາຊົນ (ສໍ້ຣາດບັງຫຼວງ) 7. ບໍ່ເປັນຄົນໂກດຮ້າຍ ປ້ອຍດ່າສຽດສີຜູ້ໃດຜູ້ໜຶ່ງ, 8. ບໍ່ເປັນຄົນອິດສາ ຣິສະຫຍາ ບັງບຽດຄົນອື່ນ, 9. ມີຄວາມອົດທົນ ແລະ ມີຄວາມແຂງແກ່ນຕໍ່ອຸດົມການທີ່ກ້າວໜ້າ, 10. ບໍ່ມັກ ຄົນປະຈົບປະແຈງ ຫຼື ຮັບສິນຈ້າງ, ເງິນສິນບົນ, (ຄຳສອນໂຮານ).

The ten virtues of a ruler, including generosity, morality, honesty, humility, etc.

Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ
ຄຸນສົມບັດຂອງຜູ້ປົກຄອງ — ວັດຈະນານຸກົມລາວ