⌘ K
ຄຳ·Entry

ຄຳອຸທານ

noun
ແມ່ນຄຳ ຫຼື ສຽງ ທີ່ຮ້ອງອອກມາດ້ວຍຄວາມຍິນດີຊົມຊື່ນ, ຕົກໃຈ, ປະຫຼາດໃຈ, ຊົມເຊີຍ ຫຼືຄວາມເສຍໃຈ, ສັນລະເສີນ, ຕົວຢ່າງ: ປັດໂທ!, ນໍ້!, ບ໊ະ!, ໂອຍ ນໍ!, .. 1.ຄຳອຸທານບອກອາການປະຫຼາດ: ແມ່່ນຄຳຈຳພວກ: ບ໊າ !, ໂທ ເອີຍ!, ໂອ !, ເອ !, ຈັ່ງແມ່ນ !, ບະນໍ !, .... 2.ຄຳອຸທານບອກອາການເຂົ້າໃຈ: ແມ່ນ ຄຳຈຳພວກ ອີ້ !, ອື່ !, ເອີ !, ເອີ !, ແມ່ນລະ !. .... 3. ຄຳອຸທານບອກອາການຄຽດ: ແມ່ນຄຳຈຳພວກ ຫວ໋າ!, ປະໂທ !, ຮ້ວຍ! ໂຢ້ວ !, ບ໋າ!, ກະດັກກະດໍ້!, ກະໂພດກະເຫຼືອ!, ຮືຮື!..... 4. ຄຳອຸທານບອກອາການເຈັບ: ແມ່ນຄຳຈຳພວກ ໂອຍ! ອຸ໋ຍ! ໂອ່ຍ! ໂອ້ຍ! ຈີ້ດ! ຮຶ! ..... 5. ຄຳອຸທານບອກອາການສົງໄສ: ແມ່ນຄຳຈຳພວກ ເຫິເຮີ່ຍ! ຫື! ເຫີ! ວະ! ບໍ໊! ບໍ້! ..... 6. ຄຳອຸທານບອກອາການສົງສານ: ແມ່ນຄຳຈຳພວກ ເຈົ້າເອີຍ!, ປະຕິໂທນໍ! ປະໂທເອີຍ! ຄຳອພງ! ອີ່ແມ່! ອີ່ພໍ່! ບັກຫຳ! .... 7. ຄຳອຸທານບອກອາການຮ້ອງຮຽກ: ແມ່ນຄຳຈຳພວກ ເອີຍ! ເຮີຍ! ເວີຍ! ໃຜນັ້ນນ່າ! ເນີ! ແນ້! ເອີ້ຍ! ນັ້ນນ່າ! ພຸ້ນນ່າ! ອື່ນໆ.... 8. ຄຳອຸທານບອກອາການທ້ວງ: ແມ່ນຄຳຈຳພວກ ເອີຍ! ເຢີ້! ຢັບ! ນັ້ນນ່າ! ໜີ່! ....

An exclamation uttered with joy, surprise, admiration, or sorrow; an interjection such as 'Oh!', 'Ah!', 'Wow!'.

Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ