ຄຳ·Entry
ຄະເນດ
noun໑
ຊື່ພະເຈົ້າແຫ່ງປັນຍາ ແລະ ອຸປະສັກ ຕາມລັດທິສາສະໜາພາມ ຄື ພະຄະເນດ ເປັນ ໂອລົດຂອງພະສິວະ ແລະ ນາງບາລະພະຕີ, ຕາມນິທານກ່າວໄວ້ວ່າ ພະຄະເນດ ເຖິງແມ່ນ ເປັນຜູ້ເຮັດອຸປະສັກໃຫ້ເກີດຂຶ້ນໄດ້ ເພິ່ນກໍ ຢ້ານ ມັນໜີໄດ້, ດັ່ງນັ້ນ ຄົນບູຮານ ເມື່ອຈະທຳ ການສິ່ງໃດ ຫຼື ຈະແຕ່ງໜັງສືເລື່ອງໃດ ອັນ ເປັນເລື່ອງສຳຄັນຈິຶ່ງຕ້ອງກ່າວຄຳນະມັດສະ ການ ພະຄະເນດສາກ່ອນ, ຮູບພະຄະເນດນັ້ນ ເປັນຄົນພີ ຕ່ຳ ປູມ (ທ້ອງ)ໃຫຍ່ ຫົວເປັນຊ້າງ ມີງາຂ້າງດຽວ ສະເດັດຂີ່ໝູເປັນເຄື່ອງໝາຍ ແລະ ພະຄະເນດນີ້ເອງ ເປັນຜູ້ຂຽນ ເລື່ອງມະຫາພາລະຕະ ຕາມຄວາມບອກຂອງ ພະ ວະຍາສະ.
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →