ຄຳ·Entry
ຄອມພິວເຕີ (Computer)
noun໑
ເຄື່ອງມືເອເລັກໂຕຣນິກ ທີ່ເຮັດໜ້າທີ່ຄືດັ່ງສະໝອງກົນ ໃຊ້ສຳລັບແກ້ບັນຫາຕ່າງໆ ທັງທີ່ງ່າຍ ແລະ ຫຍຸ້ງຍາກ ຊັບຊ້ອນ ໂດຍວິທີທາງຄະນິດສາດ, ເຄື່ອງພິມ ຄ້າຍຄືກັບຈັກພິມດີດ ແຕ່ມີລະບົບ ທັນສະໄໝກວ່າ ສາມາດນໍາໃຊ້ຫຼາຍແບບ ການພິມ ແລະ ທັງໃຊ້ເປັນເຄື່ອງຄໍານວນທາງຄະນິດສາດ ປະກອບດ້ວຍຮາດແວ ແລະ ຊອບແວ ຊຶ່ງຜູ້ໃຊ້ຕ້ອງຮຽນຮູ້ຫຼາຍ ຈຶ່ງຈະສາມາດໃຊ້ໄດ້ຢ່າງກຸ້້ມຄ່າ. ໃຊ້ເກັບກໍາຂໍ້ມູນທັງເປັນຕົວເລກ ເປັນຕົວໜັງສື ແລະເຄື່ອງໝາຍ ຫຼື ສັນຍະລັກຕ່າງໆໂດຍອັດຕະໂນມັດ.
ຄຳພ້ອງ · Synonymsclick any word to explore it
Spotted something else?Full correction form →