⌘ K
ຄຳ·Entry

ຄອງສິບສີ່

noun
ສິ່ງທີ່ພາໃຫ້ບ້ານເມືອງ ມີຄວາມສຸກ, ຄວາມຈະເລີນ, ຄວາມເປັນສຸກຂອງບ້ານ ເມືອງ ມີດັ່ງນີ້: 1. ຫູເມືອງ: ທູຕານຸທູດທີ່ສະຫຼຽວສະຫຼາດ. 2. ຕາເມືອງ: ມີນັກປາດຣາດຊະບັນດິດຫຼາຍ. 3. ແກ່ນເມືອງ: ພະ ສົງຜູ້ແຕກສານໃນ ພະສູດ ພະທຳ ພະວິໄນ ຫຼາຍ. 4. ປະຕູເມືອງ: ມີອາວຸດທີ່ທັນສະໄໝ. 5. ຮາກເມືອງ: ມີໝໍຫົນໝໍມໍ ທີ່ສຳນານງານ ໃນເລື່ອງການທຳນາຍເຫດການຮ້າຍ ຫຼືດີ ລ່ວງໜ້າ. 6. ເຫງົ້າເມືອງ: ມີອາມາດຜູ້ທ່ຽງທຳ. 7. ຂື່ເມືອງ: ມີທະຫານຜູ້ເກ່ງກ້າ ໃນຍຸດທະການສົງຄາມ. 8. ຝາເມືືອງ: ມີພໍ່ບ້ານ ຕາແສງ ເຈົ້າເມືອງ ເຈົ້າແຂວງ ທີ່ຊື່ສັດຕໍ່ໜ້າທີ່່ ຕຳແໜ່ງບ້ານເມືອງ. 9. ຂາງເມືອງ: ອາດຍາເຈົ້ານາຍ ຜູ້ປົກຄອງມີສິນ ທຳ ບໍ່ເປັນແກ່ເງິນແສນໄຖ່ ມີແຕ່ເຫັນແກ່ໄຜ່ ແສນເມືອງ, ມີການເຫັນແກ່ໄພ່ຟ້າປະຊາກອນ. 10. ເຂດ ເມືອງ: ມີຕຳຫຼວດ, ທະຫານປ້ອງກັນເຂດນໍ້າແດນດິນທີ່ບໍ່ກິນບ້ານກິນເມືອງ. 11. ສະຕິເມືອງ: ມີເສດຖີ ພໍ່ຄ້າ ຊາວຂາຍທີ່ດີ. 12. ໃຈເມືອງ: ມີແພດໝໍ, ນາຍໝໍຜູ້ຊຳນານວຽກງານ. 13. ຄ່າເມືອງ: ຈັດສັນເຂດແດນ ບ້ານເມືອງໃຫ້ເໝາະສົມ ກັບການບໍລິໂພກ, ອຸບປະໂພກ. 14. ເມກເມືອງ: ມີມະເຫສັກຫຼັກເມືອງທີ່ດີ.

Things that bring happiness, prosperity, and well-being to a country, such as wise diplomats, many scholars, learned monks, modern weapons, and skilled astrologers.

Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ