⌘ K
ຄຳ·Entry

ຄວາມ

ນາມ
[khoam]
1
ການເປັ່ງຄຳເວົ້າອອກມາເປັນສຽງ, ກຳນົດສຽງຂອງຄຳເວົ້າແຕ່ບະຖ້ອຍຄຳ, ເອີ້ນວ່າ: ຖ້ອຍຄວາມ.

The utterance of words as sound, defining the tone of speech from each word; called speech or utterance.

2
ຄຳເວົ້າທີ່ເວົ້າອອກມາແຕ່ລະຄຳ ເອີ້ນ ຄວາມ.
3
ການສະສາງຄວາມເວົ້າໃຫ້ຖືກກັນ.
4
ຄົນວິວາດຜິດຖຽງກັນ ແລ້ວຟ້ອງຮ້ອງກັນ ເອີ້ນວ່າ ເປັນຄວາມກັນ. ມີຄະດີທີ່ຟ້ອງຮ້ອງກັນໃນສານ ເອີ້ນ: ເປັນຄວາມໃນກວ້ານໃນສານ.
5
ຝ້າຍ ຫຼື ໄໝ ໃນເຄືອຫູກເວລາຄົ້ນ ໄດ້ສີ່ເສັ້ນ ເປັນໜຶ່ງ ຄວາມ, ສີ່ຄວາມ ເປັນ ໜຶ່ງຫຼົບ.
6
ຄຳນຳໜ້າກິລິຍາໃຫ້ເປັນນາມ ດັ່ງ: ຄວາມເປັນ, ຄວາມຕາຍ, ຄວາມກິນ, ຄວາມຫຼິ້ນ. ອັກສອນຄວບ ຄຣ.
ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ