ຄຳ·Entry
ຂູລູ
noun໑
ຊື່ດ້ວງແນວໜຶ່ງ ມ້ວນໃບກ້ວຍເຮັດຮັງ ເອີ້ນ ດ້ວງຂູລູ, ດ້ວງກ້ວຍ ກໍວ່າ.
໒
ຊື່ບົ້ງແນວໜຶ່ງ ມີລັກສະນະເປັນລ່ຽມ ສີເຫຼື້ອມເໝືອນແວ່ນ ຫ້ອຍຢູ່ກ້ອງໃບໄມ້ ເອີ້ນ ບົ້ງຂູລູ.
໓
ຊື່ຕົວລະຄອນເອກ (ພະເອກ) ໃນນິທານວັນນະຄະດີລາວເລື່ອງ ຂູລູ-ນາງອົ້ວ ຊຶ່ງມີນາງເອກຂອງເລື່ອງຊື່ ນາງອົ້ວ.
໔
ຊື່ພັນໄມ້ຈໍາພວກຫຍ້າແນວໜຶ່ງເອີ້ນ ຕົ້ນ ຂູລູ ຄູ່ກັບ ຕົ້ນນາງອົ້ວ, ຕົ້ນໄມ້ສອງຊະນິດນີ້ ເກີດບໍ່ຫ່າງກັນ ມີລັກສະນະຄ້າຍຄືໜ້າຄົນ ຕົ້ນໜຶ່ງມີສາຍຫ້ອຍລົງມາເໝືອນເຊືອກ ແລ້ວມັດເອົາດອກໄວ້, ອີກຕົ້ນໜຶ່ງເໝືອນເອົາມືຖືດາບ ເປັນຕົ້ນໄມ້ມີດອກທັງສອງ ມີກິ່ນຫອມຕອນຫົວຄໍ່າ, ຕົ້ນໄມ້ທັງສອງນີ້ ມີເລື່ອງກ່າວໄວ້ໃນວັນນະຄະດີລາວ ເລື່ອງ ຂູລູ-ນາງອົ້ວ; ຕົ້ນຂູລູ ແລະ ຕົ້ນນາງອົ້ວເກີດຢູ່ຕາມໂຄກ ຕາມປ່າ ມີທົ່ວໄປໃນເມືອງລາວ.
Reverse lookup →No synonyms recorded — the reverse index may still surface results.
Spotted something else?Full correction form →