⌘ K
ຄຳ·Entry

ຂຶ້ນ

ນາມ
[khuen]
1
ຂ້າງຂຶ້ນ ເຊັ່ນ ວັນຂຶ້ນໜຶ່ງຄໍ່າ, ຂຶ້ນສອງ ຄໍ່າ​. ເອີ້ນ ຂ້າງຂຶ້ນ.

The 'waxing' side of the lunar month, such as the first or second day of the waxing moon.

2
ເຄື່ອນຈາກບ່ອນຕ່ຳໄປສູ່ບ່ອນສູງໄປທາງ ເໜືອ, ຫຍັບໄປຂ້າງໜ້າ, ຕັ້ງຕົ້ນ, ຈົດເຂົ້າບັນຊີ (ຂຶ້ນທະບຽນ).
3
ກົ່ງໜ້າໝາຍຈະຍິງ ເອີ້ນ ຂຶ້ນໜ້າ.
4
ກ້າກໍາລັງປົ່ງ ເອີ້ນ ກ້າກໍາລັງຂຶ້ນ, ກ້າພວມຂຶ້ນ ກໍວ່າ.
5
ຕັ້ງໃຈຮຽນໜັງສື ເອີ້ນ ຂຶ້ນໃຈຮຽນໜັງສື.
6
ນໍາເຄື່ອງສັກກາລະ ມີດອກໄມ້ທູບທຽນເປັນຕົ້ນ ມາຍົກຄູເພື່ອຮຽນສິລະປະສາດ ເອີ້ນ ຂຶ້ນຄູ, ຂຶ້ນຄາຍ ກໍວ່າ.
7
ຕົ້ນໄມ້ຮາກຟູຂຶ້ນຈາກດິນ ເອີ້ນ ຂຶ້ນໂຄນ ຮາກໄມ້ຂຶ້ນໂຄນ.
8
ຊື່ຂະໝິ້ນແນວໜຶ່ງ ມີຫົວພົ້ນຂຶ້ນຈາກດິນ ເອີ້ນ ຂະໝິ້ນຂຶ້ນ, ເຂົ້າໝິ້ນຂຶ້ນ, ຂີ້ໝິ້ນຂຶ້ນ ກໍວ່າ.
ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ
ຂຶ້ນ — ວັດຈະນານຸກົມລາວ