⌘ K
ຄຳ·Entry

ຂີ້ເຫຼັກ

noun
ຝຸ່ນຂອງເຫຼັກ ທີ່ຖືກຕັດ ຫຼື ຮ່ອນອອກມາ.

The dust or filings of iron that result from cutting or filing.

ຊື່ຂອງພັນໄມ້ຊະນິດໜຶ່ງທີ່ເກີດໃນເຂດເອເຊຍ ເອີ້ນວ່າ: ກົກຂີ້ເຫຼັກ - ກົກຂີ້ເຫຼັກນີ້ມີຢູ່ 3 ຊະນິດ ຄື: 1. ຂີ້ເຫຼັກບ້ານ ຈະມີໃບນ້ອຍໆຂົມໆ, ແຕ່ເອົາໃບອ່ອນ ແລໝາກມາກິນເປັນອາຫານໄດ້. 2. ຂີ້ເຫຼັກສານ ຈະມີໃບໃຫຍ່ ກິນບໍ່ໄດ້ ແຕ່ເປັນຢາ ຄື: ເອົາໃບຂອງມັນມາຍ່ອງໃຫ້ມຸ່ນ ແລ້ວເອົາທາຂີ້ຫິດ ຂີ້ກາກ ດີແລ 3. ຂີ້ເຫຼັກປ່າ ຈະມີລັກສະນະຄ້າຍຄື ຂີ້ ເຫຼັກບ້ານແຕ່ໃບຈະໃຫຍ່ກວ່າຂີ້ເຫຼັກບ້ານເສັກນ້ອຍ ເອົາມາເຮັດເປັນຢາໄດ້.
ຄຳພ້ອງ · Synonymsclick any word to explore it
Explore synonyms →
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ