⌘ K
ຄຳ·Entry

ຂາ

noun
ອະໄວຍະວະສ່ວນເບື້ອງລຸ່ມຂອງຮ່າງ ກາຍ ທີ່ຄ້ຳຮ່າງກາຍໄວ້ ເອີ້ນ ຂາ. ຂາໂກ່ງ ເອີ້ນ: ຂາໂຂ, ຂາໂງ, ຂາໂຂງ ກໍວ່າ, ຂາຄົ່ນ ເອີ້ນ: ຂາເຄັດ. ຂາສັ້ນຂາຍາວບໍ່ທໍ່ກັນ ເອີ້ນ: ຂາເຄ, ຂາຄົດ ເອີ້ນ ຂາຈົງ, ຂາທ່ອນບົນເທິງຫົວເຂົ່າຂຶ້ນເມືອ ເອີ້ນ: ຂາໂຕ້, ຂາໂປ້, ຂາໂທ້ຍ ກໍວ່າ.

The lower limb of the body that supports the body, called ຂາ. Includes various types: bowlegs (ຂາໂຂ, ຂາໂງ, ຂາໂຂງ), knock-knees (ຂາເຄັດ), legs of uneven length (ຂາເຄ), crooked legs (ຂາຈົງ), and thighs (ຂາໂຕ້, ຂາໂປ້, ຂາໂທ້ຍ).

ບຸລຸດສັບພະນາມທີສາມ ເອີ້ນ ຂາ, ຂາເຈົ້າ.
ເຄື່ອງມືໃສ່ເອົາປາຊະນິດໜຶ່ງສານດ້ວຍຕອກໄມ້ໄຜ່ ມີຮູບຊົງຄືຊະນາງສ້ອນປາ ແຕ່ ວ່າຈົ່ງປ່ອງໄວ້ທາງກົ້ນມີຝາອັດ ເອົາເຮິໄຜ່ ຫຼື ເຮິໄມ້ອື່ນໆ ປົກໃສ່ທາງປາກ ແຊ່ໄວ້ໃນນໍ້າ ຕື່ນເຊົ້າຈຶ່ງແກ່ຂຶ້ນມາ ເອີ້ນ ຂາ, ແກ່ຂາເອົາປາ.
ຄຳພ້ອງ · Synonymsclick any word to explore it
Explore synonyms →
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ