⌘ K
ຄຳ·Entry

ຂັດ

ກິລິຍາ
[khat]
1
ຊື່ລາຍຊະນິດໜຶ່ງ ໃຊ້ຕອກໄມ້ໄຜ່ສານຂັດກັນ ຍົກຂຶ້ນເສັ້ນໜຶ່ງ ຂ້າມເສັ້ນໜຶ່ງ ເອີ້ນ ສານລາຍຂັດ.

A type of weaving pattern where bamboo strips are woven crosswise, one line raised over another, called 'san lai khat' (cross-weave pattern).

2
ອາການຂັດທ້າຍເຮືອ ໃຫ້ໄປຊື່ ເອີ້ນ ຂັດເຮືອ.
3
ບໍ່ເຮັດຕາມ ເອີ້ນວ່າ: ຂັດ ເຊັ່ນ ຫ້າມບໍ່ໃຫ້ເຮັດ ເອີ້ນ ຂັດຂວາງ, ບໍ່ ໃຫ້ຄວາມສະດວກ ເອີ້ນ ຂັດຂ້ອງ, ບໍ່ຍອມເຮັດຕາມ ເອີ້ນ ຂັດແຂງ, ບໍ່ເຫັນດີນໍາ ເອີ້ນ ຂັດຄໍ, ບໍ່ພໍໃຈ ຫຼື ຜິດໃຈ ເອີ້ນ ຂັດເຄືອງ. ສະໜັບສະໜູນໃຫ້ເຮັດ ເອີ້ນ ຂັດທ້າຍ, ບໍ່ຮ່ວມວົງກິນອາຫານ ເອີ້ນ ຂັດພາເຂົ້າ, ຫຼິ້ນເລ່ລ່ຽມ ເອີ້ນ ຂັດວາດ, ຂັດຊົງ.
ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ