⌘ K
ຄຳ·Entry

ຂອງ

ນາມ
[khong]
1
ຊື່ແມ່ນໍ້າສາຍໜຶ່ງ ແຕ່ກ່ອນໄຫຼຜ່າໃຈກາງ ປະເທດລາວ ຕັ້ງແຕ່ຫົວຂອງຈົນເຖິງຫຼີ່ຜີ. ດຽວນີ້ບາງບ່ອນແບ່ງເຂດປະເທດລາວ ແລະ ພາກອີສານຂອງປະເທດໄທ ເອີ້ນ ແມ່ນໍ້າຂອງ, ໄທ ເອີ້ນ ແມ່ນໍ້າໂຂງ ກໍວ່າ.

The Mekong River, a major river flowing through Laos, now partly forming the border between Laos and Thailand.

2
ໝາຍເຖິງວັດຖຸເຄື່ອງຂອງຕ່າງໆ ມີທັງເຄື່ອງໃຊ້ ແລະ ເຄື່ອງກິນ. ເຄື່ອງຂອງກິນ ເອີ້ນ ເຄື່ອງບໍລິໂພກ, ເຄື່ອງຂອງໃຊ້ ເອີ້ນ ເຄື່ອງອຸປະໂພກ.
3
ສິ່ງທີ່ເປັນນາມະທໍາ ບໍ່ມີຕົວຕົນໃຫ້ແນມເຫັນໄດ້ ແຕ່ມີຢູ່ໃນສັງຄົມທົ່ວໄປ ຫຼື ມີຢູ່ໃນຈິດໃຈ ເຊັ່ນ ຄວາມຊົ່ວ, ຄວາມດີ, ຄວາມງາມ, ຄວາມເປັນລະບຽບ, ຄວາມສຸຂຸມ, ຄວາມຫຍາບ, ຄວາມລະອຽດ ສິ່ງເຫຼົ່ານີ້ ເອີ້ນ ຂອງເປັນຝ່າຍດີ ເອີ້ນ ຂອງດີ, ເປັນຝ່າຍຊົ່ວ ເອີ້ນ ຂອງຊົ່ວ.
Reverse lookup →(ຍັງບໍ່ມີຄຳໄວພົດບັນທຶກໄວ້ — ສາມາດຄົ້ນຫາຍ້ອນຫຼັບໃນດັດຊະນີໄດ້)
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ
ຂອງ — ວັດຈະນານຸກົມລາວ