⌘ K
ຄຳ·Entry

ກໍາແພງ

ນາມ
[koa-phaeng]
1
ເຄື່ອງຕັນທີ່ກໍ່ດ້ວຍດິນຈີ່ ຫຼື ຫີນ ສຳລັບລ້ອມບ້ານ ເອີ້ນ ກໍາແພງບ້ານ, ລ້ອມວັດ ເອີ້ນ ກໍາແພງວັດ, ລ້ອມເມືອງ ເອີ້ນ ກໍາແພງເມືອງ.

A wall, typically built of brick or stone, used to enclose a house, temple, or city.

2
ຊື່ຫວ້ານແນວໜຶ່ງສີຂາວ ໃບຄ້າຍຄືໃບໝາກຜູ້, ລຳ ແລະ ໃບສີຂຽວມີລາຍ, ຫົວຂອງມັນມີກິ່ນຫອມ ໃຊ້ປ້ອງກັນແຂ້ວ, ເຂົາ, ເລັບ, ງາ ເອີ້ນ: ຫວ້ານກໍາແພງຂາວ.
3
ຊື່ພັນໄມ້ແນວໜຶ່ງ ແກ່ນເປັນຊັ້ນໆ ຄືຕົ້ນຕາໄກ້ ໃຊ້ສຳລັບເຮັດຢາ ເອີ້ນ ກໍາແພງເຈັດຊັ້ນ.
4
ຊືີ່ຫວ້ານແນວໜຶ່ງ ຄ້າຍຫວ້ານກໍາແພງຂາວເວລາອອກໃບທໍາອິດ ຫຼັງຂອງໃບສີແດງຄືນໍ້າຄັ່ງ ຕໍ່ໄປຂອບຫຼັງຂອງໃບສີຂຽວ ກາງໃບສີແດງອ່ອນ ລຳຕົ້ນ ແລະ ກ້ານສີແດງ ຫົວມີກິ່ນຫອມ ຮາກເປັນຕຸ່ມຕິດຫົວ ໃຊ້ປ້ອງກັນຜີ ປ້ອງກັນທອບໜັງບັງຟັນ ແລະ ຄົນໃສ່ຄົນລອງ ແກ້ ແລະ ກັນເຄື່ອງລາງຂອງຂັງຕ່າງໆໄດ້ ເອີ້ນ ຫວ້ານກໍາແພງເຈັດຊັ້ນ.
5
ຊື່ຄາຖາຢ່າງໜຶ່ງ ໃຊ້ປ້ອງກັນ ຜີປອບ, ຜີໂພງ, ຜີພາຍ ສາລະພັດ. ສັດຕູທີ່ຈະມາທໍາຮ້າຍ ເອີ້ນ: ຄາຖາກໍາແພງແກ້ວເຈັດຊັ້ນ.
ຄຳໄວພົດທັງໝົດ · All synonyms
Explore synonyms →
ແຈ້ງຂໍ້ຜິດພາດ (Report an issue)
ຄຳໃກ້ຄຽງNearby in the lexicon
Spotted something else?Full correction form →
ຄົ້ນຫາເລື່ອນຫາເກມ