ຄຳ·Entry
ກໍາ
ນາມ[koa]
1
Action, deed, or karma.
2
ບາບຄືການເຮັດ ຄວາມຊົ່ວ. ບຸນບາບ ຕິດຕາມຜູ້ເຮັດຜູ້ທໍາ ໃຫ້ໄດ້ ຮັບຄວາມດີ ຄວາມຊົ່ວ ເອີ້ນ ກໍາ.
3
ເຄາະ ຄືສິ່ງທີ່ບໍ່ສົມຫວັງ ເອີ້ນ ກໍາ, ກຳເວນ.
4
ຜົນຂອງຄວາມດີ ຫຼື ຄວາມຊົ່ວທີ່ຕົນເຮັດໄວ້ ທໍາໄວ້ໃນອະດີດ ຕາມມາໃຫ້ຜົນ ເອີ້ນວ່າກໍາ.
5
ຄົນຕາຍ ເອີ້ນ ເຖິງແກ່ກໍາ.
6
ຊີກກົງກວຽນ ເອີ້ນ ກໍາກວຽນ.
7
ລຳໄມ້ຊາງ ຫຼື ໄມ້ໄລ່ ເອົາມາລົນໄຟເບັດໃຫ້ກ່ອງ ແລ້ວເຈາະຮູ ເພື່ອເອົາມາດູດເຫຼົ້າໄຫເອີ້ນ ກໍາເຫຼົ້າ.
8
ລັກສະນະບອກສິ່ງຂອງ ເຊັ່ນ ໜຶ່ງກໍາ, ສອງກໍາ, ສາມກໍາ..
9
ງໍນິ້ວມືເຂົ້າຈຸອົ້ງມື ເອີ້ນ ກໍາ, ກໍາເຕັມມືພໍດີ ເອີ້ນ ກໍາຄັດ, ກໍາເຕັມມືແຕ່ບໍ່ຮອບ ເອີ້ນ ກໍາງ້າງ, ກໍາບໍ່ຫຸ້ມ ຂາດຢູ່ ປະມານສອງນິ້ວມື ເອີ້ນ ກໍາລາ, ກໍາຍະ ກໍວ່າ.
ຄຳໄວພົດທັງໝົດ · All synonyms
ຄຳໃກ້ຄຽງ—Nearby in the lexicon
Spotted something else?Full correction form →